ໃນວັນທີ 18 ກໍລະກົດ ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສ້າງຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງທາດໄຍຫີນ ແລະ ແນວທາງໃນການແກ້ໄຂບັນຫາກ່ຽວກັບພະຍາດທີ່ເກີດຈາກໄຍຫີນ ໃນລະດັບຊາດ, ເຂົ້າຮ່ວມໂດຍມີທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະ ບານລາວ, ທ່ານ ຮອງສາດສະດາຈານ ດອ໋ກເຕີ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາ ລະນະສຸກ, ມີບັນດາອັກຄະລັດຖະທູດ ອົດສະຕາລີ ປະຈຳລາວ, ຊ່ຽງຊານຈາກປະເທດຍີ່ປຸ່ນ, ແຄນນາດາ, ອົງການອາຟີດາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ການນຳສະເໜີແຕ່ລະຫົວຂໍ້ທີ່ກ່ຽວກັບ ປະເພດຂອງທາດໄຍຫີນ, ຫຼັກຖານກ່ຽວກັບການເປັນມະເຮັງ ແລະ ຄວາມສ່ຽງດ້ານສຸຂະພາບ, ການຄ້າຂາຍຊົມໃຊ້ທາດໄຍຫີນ ຢູ່ໃນໂລກ ແລະ ທ່າອ່ຽງໃນການຢຸດນຳໃຊ້ ໃນປັດຈຸບັນ, ຫຼັກຖານຈາກອົງການອະນາໄມໂລກ ແລະ ຄຳແນະນຳກ່ຽວກັບທາດໄຍຫີນ, ການນຳໃຊ້ທາດໄຍຫີນໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄວາມສ່ຽງ, ການປ່ຽນແທນການນຳໃຊ້ທາດໄຍຫີນ ເພື່ອຫຼຸດຜ່ອນພະຍາດທີ່ເກີດຈາກທາດໄຍຫີນ, ບົດຮຽນ ແລະ ວິທີການ ເພື່ອກ້າວໄປສູ່ການລຶບລ້າງພະຍາດທີ່ເກີດຈາກໄຍຫີນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນອະນາຄົດ. ປະເພດຂອງໄຍຫີນມີຄຸນລັກສະນະ ແລະ ອັດຕາສ່ວນການນຳໃຊ້ຢູ່ໃນໂລກ, ພະຍາດທີ່ເກີດຈາກທາດໄຍຫີນ ແມ່ນມີຜົນກະທົບຕໍ່ສຸຂະພາບຂອງກຳມະກອນ ແລະ ຊຸມຊົນ, ສ່ຽງຕໍ່ການເປັນມະເຮັງເຍື່ອຫຸ້ມປອດ, ມະເຮັງປອດ, ມະເຮັງຫຼອດສຽງ, ມະເຮັງຮັງໄຂ່ນຳອີກດ້ວຍ.
Editor: ດາວໄຊ ສີວິໄລ