ຕາມການລາຍງານ ຂອງ ທ່ານ ອາຈານ ສຸພາພອນ ລັດຕະນະລາສີ ຮອງຫນ່ວຍວິຊາປ້ອງກັນພືດ, ຈາກຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ເນື່ອງໃນໂອກາດທີ່ທີມງານຂ່າວລາຍການລົງຢ້ຽມຢາມ ສວນພຶດອິນຊີ ນັກສຶກສາ ໃນເມື່ອບໍ່ດົນຜ່ານມານີ້ວ່າ: ກ່ຽວກັບ ການປູກພືດປອດສານເຄມີ ແລະ ວິທີການປ້ອງກັນພຶດປອດສານເຄມີແບບຖືກວິທີ ຫລື ເຕັກນິກຕ່າງໆ ທີ່ຊ່ວຍປ້ອງກັນພຶດ ມາທຳລາຍຜົນຜະລິດ ແລະ ວິທີການປ້ອງກັນດັ່ງກ່າວ ຍັງເປັນມິດຕໍ່ສິ່ງແວດລ້ອມ. ໃນນັ້ນ ຄະນະອາຈານ ໄດ້ນຳພາລົງເບີ່ງສວນຫມາກມາລະ ຂອງກຸ່ມນັກສືກສາ ແລະ ອະທິບາຍເຖິງຂັນຕອນຕ່າງໆຂອງການຈັດຕັ້ງປະຕີບັດ ໂດຍສະເພາະ ວິທີທີ່ດີ ຄືການຫຸ້ມຫໍ່ດ້ວຍເຈ້ຍ ເພື່ອປ້ອງກັນແມງໄມ້ ທີ່ຈະມາທຳລາຍ.
ນອກຈາກນີ້, ທ່ານ ອາຈານ ຄອນສະຫວັນ ເພຍລາດອຸ່ນເຮືອນ ເຊິ່ງເປັນອາຈານສອນ ວິຊາປ້ອງກັນພຶດ ຄະນະກະເສດສາດ, ໄດ້ອະທິບາຍວ່າ: ການຮຽນ-ການສອນ ນອກຈາກນັກສຶກສາຈະໄດ້ຮຽນຮູ້ທາງດ້ານທິດສະດີແລ້ວ ທາງຄະນະຍັງໄດ້ໃຫ້ນັກສຶກສາ ໄດ້ຮຽນປະຕິບັດຕົວຈິງ ເພື່ອສຶກສາເຖິງຂະບວນການຕ່າງໆ ລວມທັງການປ້ອງກັນ, ການແກ້ໄຂ ເມື່ອພົບກັບບັນຫາ, ສຳລັບການລົງຢ້ຽມຢາມສວນຂອງນັກສຶກສາ ຄັ້ງນີ້ ແມ່ນຂອງກຸ່ມປ້ອງກັນພຶດ ເຊິ່ງກຸ່ມນັກສຶກສາດັ່ງກ່າວ ໄດ້ມີການປູກພຶດອິນຊີ, ກະສິກຳອືນຊີ ໂດຍບໍ່ໃຊ້ສານເຄມີ ໃນຫລາຍໆສວນ ໃນນັ້ນ ສວນຫມາກມາລະ ກໍ່ເຊັ່ນດຽວ ເຊີ່ງເປັນການທົດລອງປູກ ຫມາກມາລະ ທີ່ມີຜົນ ຫລື ຫມາກ ເປັນຮູບຫົວໃຈ ເປັນສາຍພັນທີ່ໄດ້ນຳມາແຕ່ປະເທດເພື່ອນບ້ານ ເຊິ່ງຈະເພີ່ມມູນຄ່າທາງການຜະລິດ ໄດ້ດີ ແກ່ຜູ້ປູກ ຫລື ຊາວກະສິກອນ. ຈາກພາກທິດສະດີ ຄຽງຄູ່ກັບພາກປະຕິບັດຕົວຈີງ ທັງນີ້ ເພື່ອໃຫ້ນັກສຶກສາ ໄດ້ຮຽນຮູ້ການປູກພຶດແຕ່ລະຊະນິດ, ວິທີການປູກທີ່ດີ, ການປ້ອງກັນພຶດດ້ວຍວິທີຕ່າງໆ, ການນຳໃຊ້ສະມຸນໄພ ແລະ ຈຸລິນຊີ.
Editor: ກຳປານາດ ລັດຖະເຮົ້າ