ທ່ານ ຫຸມພັນ ດວງພະເດດ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ແຕ່ 4 ແຍກໄຟແດງຕານມີໄຊ ຫາ ສາມແຍກໜອງບຶກ ກ່າວວ່າ: ໂຄງການກໍ່ສ້າງສ້ອມແປງເສັ້ນທາງ ຕັ້ງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກໜອງບຶກ ເປັນໂຄງການບູລິມະສິດໜຶ່ງຂອງນະຄອນຫຼວງວຽງຈັນ, ເນື່ອງຈາກວ່າ ເປັນເສັ້ນທາງຫຼັກໃນການຄົມມະນາຄົມຂົນສົ່ງສິນຄ້າ ລະຫວ່າງ ດ່ານຂົວມິດຕະພາບ ຜ່ານເສັ້ນທາງ 450 ປີ ອອກສູ່ເສັ້ນທາງເລກທີ 13 ເໜືອ ແລະ ລົດທີ່ຈະແລ່ນຈາກເສັ້ນທາງເລກທີ 13 ເໜືອ ຫາ ເລກທີ 13 ໃຕ້ ຫຼື ອອກສູ່ຂົວມິດຕະພາບລາວ-ໄທ 1.ໂຄງການກໍ່ສ້າງເສັ້ນທາງນີ້ ໄດ້ເລີ່ມລົງມືປະຕິບັດມາແຕ່ ເດືອນຕຸລາ 2016 ໄລຍະການກໍ່ສ້າງ 24 ເດືອນ, ຕາມແຜນແມ່ນເດືອນຕຸລາ 2018 ສຳເລັດ ສົມບູນ, ມູນຄ່າການກໍ່ສ້າງທັງໝົດ 45 ລ້ານໂດລາ, ໄລຍະທາງ 9.3 ກິໂລແມັດ, ໂດຍແມ່ນກຸ່ມ ບໍລິສັດຕັ້ງຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນ 100 ສ່ວນຮ້ອຍ.
ທ່ານຫົວຫນ້າໂຄງການ ຍັງກ່າວຕື່ມວ່າ: ເສັ້ນທາງແມ່ນຈະສ້າງເປັນທາງເບຕົງເສີມເຫຼັກ, ມີ 6 ເລນ, ປັດຈຸບັນໂຄງການ ມີຄວາມຄືບໜ້າປະມານ 20-25 ສ່ວນຮ້ອຍ, ໜ້າວຽກທີ່ບັນລຸແມ່ນວຽກອະນາໄມ, ລົງທໍ່ຮ່ອງລະບາຍນ້ຳ 10 ພັນກວ່າແມັດ, ວາງທໍ່ຂ້າມທາງ ແມ່ນໃກ້ຈະສຳເລັດ, ແຕ່ປັດຈຸບັນ ໄລຍະນີ້ແມ່ນເປັນລະດູຝົນ ໂຄງການຈຶ່ງບໍ່ສາມາດດຳເນີນຕໍ່ ເພາະພົບຄວາມຫຍຸ້ງຍາກຫລາຍຢ່າງ, ສະນັ້ນ, ຈຶ່ງສຸມໃສ່ວຽກວາງທໍ່ພຽງຢ່າງດຽວ ແລະ ໃນໄລຍະຝົນນີ້ ບັນດາລົດທີ່ທຽວໄປ-ມາ ກໍ່ຍັງຫລາຍ, ເຮັດໃຫ້ການຈັດຕັ້ງວຽກງານຫຍູ້ງຍາກໃນບາງຈຸດ ແລະ ຜູ້ສັນຈອນ ກໍ່ຕ້ອງມີຄວາມເຫັນໃຈເຊີ່ງກັນ ແລະ ກັນ ການເດີນທາງ ຄ່ອຍໄປ-ຄ່ອຍມາ ເຊື່ອແນ່ວ່າ ບໍ່ດົນເກີນລໍ ເສັ້ນທາງດັ່ງກ່າວ ກໍ່ຈະສຳເລັດຢ່າງແນ່ນອນ ກາຍລະດູຝົນໄປ ໂຄງການແມ່ນສາມາດເດີນຫນ້າເຕັມທີ່.
Editor: ກຳປານາດ ລັດຖະເຮົ້າ