ເສື້ອຊຸດຍາວ ຂອງຫວຽດນາມ ແມ່ນການນຸ່ງຖືທີ່ເປັນເອກະລັກ ມູນເຊື້ອ, ເປັນຊຸດນຸ່ງຖືປະຈຳຊາດຂອງແມ່ຍິງຫວຽດນາມ, ຄວາມສວຍງາມຂອງແມ່ຍິງຫວຽດນາມໃນຊຸດເສື້ຍາວ ໄດ້ຝາກໄວ້ແຫ່ງຄວາມຊົງຈຳທີ່ເລີກເຊິ່ງໃນສາຍຕາ ຂອງແຂກຕ່າງປະເທດ ທີ່ໄດ້ມາທ່ຽວ ແລະ ເຫັນປະເທດຫວຽດນາມ, ເສື້ອຊຸດຍາວ ມີແບບສະເພາະທີ່ສ້າງຮູບຮ່າງຄວາມສວຍງາມໃນແຕ່ລະສັດສ່ວນ, ເລົາຄີງຂອງຜູ້ສວມໃສ່ ສ່ວນເທີງແມ່ນໂອບສະຫນິດເຂົ້າກັບໂຕ, ສ່ວນລຸ່ມດ້ານຫນ້າ ແລະ ດ້ານຫລັງ ແມ່ນມີລັກສະນະລຽບນຽນອ່ອນໄຫວ, ດ້ານລຸ່ມຂອງເສື້ອຍາວ ໄດ້ແຍກຈາກເທິງຫົວແອວລົງໄປ ເຮັດໃຫ້ການເຄື່ອນໄຫວຂອງສ່ວນຕ່າງໆຂອງຮ່າງກາຍ ມີຄວາມສະດວກສະບາຍ, ທັງຊ່ວຍຍົກຮູບຮ່າງ ແລະ ທ່າທີອ່ອນໂຍນ, ຊ່ວຍຍົກວາດຊົງຄວາມເປັນຜູ້ຍິງສູງຂື້ນ, ທັງສຸພາບຮຽບຮ້ອຍ ເນື່ອງຈາກຮ່າງກາຍໄດ້ຖືກຫຸ້ມດ້ວຍແພໄຫມ ທີ່ມີຄວາມອ່ອນນຸ່ມ ເພີ່ມຄວາມງາມ ແລະ ຄວາມມີສະເຫນ່ ແກ່ຜູ້ໃສ່,. ຜູ້ຍິງຊາວຫວຽດນາມສວມໃສ່ເສື້ອຊູດຍາວ ສ່ວນໃຫຍ່ແມ່ນໃນເວລາມີງານບຸນ, ງານໃຫຍ່ໆ ທີ່ສຳຄັນ ລວມທັງນັກສຶກສາຍິງ ທີ່ໃສ່ໄປໂຮງຮຽນ, ເສື້ອຊຸດຍາວ ບໍ່ພຽງແຕ່ເປັນຊຸດປະຈຳຊາດຫວຽດນາມ ແລ້ວ ແຕ່ຍັງເປັນຮູບແບບວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຕົນຫວຽດນາມ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ