ຫວຽດນາມເປັນປະເທດ ທີ່ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ ມີຫລາຍວັດທະນະທຳ ຫລາຍຄວາມເຊື່ອຖື. ວັດທະນະທຳ ຫວຽດນາມ ໄດ້ສ້າງຂື້ນດ້ວຍວັດທະນະທຳຫລາຍຊົນເຜົ່າ ເຊີ່ງເປັນການສະສົມ ຂອງວັດທະນະທຳ ພູດອຍ, ວັດທະນະທຳ ເຂດທົ່ງພຽງ ແລະ ວັດທະນະທຳເຂດທະເລ. ໃນນັ້ນເຜົ່າ ກິ່ງ ແລະ ບັນດາເຜົ່າຕ່າງໆ ເຊັ່ນ: ເຜົ່າໄຕ, ເຜົ່ານຸ່ງ, ເຜົ່າມົ້ງ, ເຜົ່າຢາວ, ເຜົ່າຢາຣາຍ, ເຜົ່າບານາ, ເຜົ່າເອເດ, ເຜົ່າຈຳ ແລະ ຂະແມ.. ໄດ້ມີສ່ວນຮ່ວມເຮັດໃຫ້ວັດທະນະທຳຂອງຊາວຫວຽດນາມ ການເປັນວັດທະນະທຳ ທີ່ມີສີສັນ.
ໃນສັງຄົມພື້ນເມືອງ ຂອງຊາວຫວຽດນາມ ມີງານບຸນພື້ນເມືອງລະດັບໃຫຍ່, ແລະ ນ້ອຍ ຢ່າງຫລວງຫລາຍ ແຜ່ກວ້າງໄປຍັງທົ່ວປະເທດ ໃນຕະຫລອດ 4 ລະດູການ, ບໍ່ວ່າຈະເປັນລະດູໃບໄມ່ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ້ນ, ແລະ ລະດູຫນາວ. ງານບູນກາຍເປັນມູນເຊື້ອ ແລະ ເຂົ້າມາຢູ່ໃນຈິດສຳນຶກ ກາຍເປັນສັນຍາລັກ ແລະ ໄດ້ສຶບທອດຈໍ່ໆກັນມາໃນຫລາຍຮຸ້ນຄົນ ເຊີ່ງແຕ່ລະງານບຸນມີຈຸດເດັ່ນ ແລະ ຄຸນຄ່າສະເພາະຕົນ, ຍາມໃດກໍ່ເປັນຂົວຕໍ່ລະຫວ່າງອາດິດ ກັບປະຈຸບັນ.
ພິເສດ ງານບຸນທີ່ປະເທດຫວຽດນາມ ໄດ້ຕິດພັນກັບວັດທະນະທຳຂອງບ້ານ, ສຳລັບບໍລິເວນດິນດອນຕອນຫຍ້າ ຄືປັດໄຈຫນຶ່ງທີ່ຂາດບໍ່ໄດ້ ໃນການດຳລົງຊີວິດຂອງປະຊາຊົນ ໃນຊຸມຊົນ. ງານບຸນເປັນຄວາມຕ້ອງການປະດິດຄິດສ້າງ ແລະ ເປັນຄວາມເພີດເພີນ ຕໍ່ກັບຄຸນຄ່າທາງວັດທະນະທຳ ທີ່ເປັນວັດຖຸ ແລະ ຈິດໃຈ ຂອງທຸກໆຊັ້ນຄົນ, ກາຍເປັນຮູບແບບຂອງການສຶກສາ ການມອບສົ່ງແກ່ໃຫ້ກັບຄົນຮຸ້ນຫລັງລຸ້ນຕໍ່ໄປ ໄດ້ຮູ້ຈັກປົກປັກຮັກສາ, ສຶບທອດ ແລະ ເສີມຂະຫຍາຍ ບັນດາວັດທະນະທຳ ແລະ ຄຸນສົມບັດອັນລ້ຳຄ່າ ທີ່ເປັນມູນເຊື້ອຂອງຊາດ.
Editor: ກຳປານາດ ລັດຖະເຮົ້າ