ສະມາຄົມຄົນພິການແຫ່ງຊາດລາວ ໄດ້ຮັບທືນຊ່ວຍເຫຼືດລ້າ ໃນໂຄງການລົດຮັບສົງຄົນພິການພາຍໃນນະຄອນຫຼວງວຽງຈັນ ຈາກສູນ ສີໂລມ ສ.ເກົາຫລີ ພາຍຫລັງໂຄງການດັ່ງກ່າວ ໄດ້ຊີ້ນສຸດການທົດລອງ ໃຫ້ບໍລິການແກ່ຜູ້ພິການ ເລີ່ມແຕ່ ວັນທີ 25 ຕຸລາ 2016 ຫາ 31 ມີນາ 2017, ໃນງົບປະມານຂອງໂຄງການທົດລອງ ແມ່ນ 8.440 ໂດລາສະຫະລັດ, ຊຶ່ງມີລົດຮັບໃຊ້ຄົນພິກາ 3 ຄັນ, ລົດເກັງ 2 ຄັນ ແລະ ລົດຕູ້ນ້ອຍ 1 ຄັນ.
ເປັນກຽດມອບທືນຊ່ວຍເຫຼືອ ໃນຄັ້ງນີ້ໂດຍ ທ່ານ ດອງ ຊີ ຈ່ອຍ ເລຂາທິການໃຫຍ່ ສູນສີລົມ ສໍາລັບຄົນພິການຕາ ສ.ເກົາຫລີ, ແລະ ຮັບໂດຍ ທ່ານ ທອງຈັນ ດວງມາລາໄລ ປະທານສະມາຄົມຄົນພິການແຫ່ງຊາດລາວ, ການມອບທືນໃນຄັ້ງນີ້ແມ່ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ທາງສູນ ສີໂລມ ສ.ເກົາຫລີ ໄດ້ມອບທືນຊ່ວຍເຫຼືອລ້າ ໃຫ້ແກ່ສະມາຄົມຄົນພິການແຫ່ງຊາດລາວ ໃນການບໍລິຫານໂຄງການ ຕື່ມອີກ 11 ເດືອນ, ມູນຄ່າ 19.390 ໂດລາສະຫະລັດ.
ໂຄງການລົດຮັບສົ່ງຄົນພິການ ແມ່ນໄດ້ໃຫ້ບໍລິການ ໃນຂອບເຂດ 4 ຕົວເມືອງຫຼັກ ໃນນະຄອນຫຼວງວຽງຈັນ ເລີ່ມໃຫ້ບໍລິການແຕ່ 7 ໂມງເຊົ້າ - 6 ໂມງແລງ ແລະ ໃນໄລຍະການທົດລອງໃຫ້ບໍລິການຜ່ານມາ ໄດ້ຮັບໃຊ້ບໍລິການແລ້ວຈໍານວນ 338 ຖ້ຽວ ແລະ ມາຮອດປະຈຸບັນແມ່ນ ໄດ້ຮັບໃຊ້ບໍລິການແລ້ວ 1.963 ຖ້ຽວ, ມີຈໍານວນຜູ້ໃຊ້ບໍລິການຫຼາຍກວ່າ 113 ຄົນ, ລາຍຮັບຈາກໄລຍະ ໃຫ້ບໍລິການທົດລອງ ຈໍານວນ 6.752.000 ກີບ ແລະ ມາຮອບປະຈຸບັນ ມີລາຍຮັບທັງໝົດ 13.442.000 ກີບ, ເຊິງມີອັດຕາບໍລິການແມ່ນໄລ່ເປັນຈຸດ, ຈຸດລະ 5,000 ກີບ ພາຍໃນ 10 ກິໂລແມັດມົນທົນ ໃນນະຄອນຫຼວງວຽງຈັນ ແລະ ຍັງມີການໃຫ້ບໍລິການແບບ ມອບເໝົາ ໃນລາຄາທີ່ແສນຖືກສໍາລັດຜູ້ພິການອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ