ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳ, ແຂວງຊຽງຂວາງ ຈັດພິທີປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ຂື້ນທີ່ວັງສະຫງວນ ບ້ານໃຫຍ່ນາຍອງ, ຄຸ້ມນ້ຳຕຽນ ເມືອງຄຳ, ແຂວງຊຽງຂວາງ ໃນວັນທີ 13 ກໍລະກົດ ທີ່ຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງຄຳ,ມີທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳ, ມີອາດີດການນຳເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທະຫານ, ຕຳຫຼວດ, ພະນັກງານ-ລັດຖະກອນ, ລັດວິສາຫະກິດ, ນັກທຸລະກິດ, ພໍ່ຄ້າຊາວຂາຍພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງຄຳ ກໍ່ໄດ້ຂື້ນ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ເມືອງຄຳ ປະກອບມີ 6 ກຸ່ມບ້ານ, ມີ 90 ບ້ານ, ມີ 8.174 ຄອບຄົວ ແລະ ມີ ພົນລະເມືອງທັງໝົດ 51.170 ຄົນ, ຍິງ 25.038 ຄົນ ພາຍໃນເມືອງຍັງໄດ້ມີທ່າແຮງໃນການປູກຝັງ-ລ້ຽງສັດ ແລະ ການທ່ອງທ່ຽວ, ມີແມ່ນ້ຳຫຼາຍສາຍ, ມີວັງສະຫງວນຂອງແຕ່ລະບ້ານພ້ອມທັງມີປ່າສະຫງວນ 1 ແຫ່ງ. ດັ່ງນັ້ນ, ຫ້ອງການກະສິກຳ ແລະ ປ່າໄມ້ ໃນນາມຫ້ອງການ ທີ່ກ່ຽວຂ້ອງ ຈິ່ງໄດ້ຈັດຕັ້ງປະຕິບັດຕາມກົດໝາຍສະບັບເລກທີ່ 07/ສພຊ ລົງວັນທີ່ 24 ທັນວາ 2017 ວ່າດ້ວຍ ສັດນ້ຳ ແລະ ສັດປ່າ, ມາດຕາ 64 ວ່າດ້ວຍການກຳນົດເອົາວັນທີ່ 13 ກໍລະກົດ ເປັນວັນປ່ອຍປາແຫ່ງຊາດທັງນີ້ກໍ່ເພື່ອເປັນການ ສ້າງຂະບວນການສົ່ງເສີມ ແລະ ອະນຸລັກສັດນ້ຳ-ສັດປ່າໄວ້ເຊິ່ງໄດ້ຈັດຕັ້ງປະຕິບັດກັນມາທຸກໆປີ ແລະ ພ້ອມທັງເປັນການສ້າງຂະບວນການອັນໜຶ່ງໃນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງລັດ ພ້ອມນັ້ນຈິ່ງເອົາວຽກງານປ່ອຍປາເປັນວຽກງານໜຶ່ງທີ່ສຳຄັນໃນການປະກອບສ່ວນອະນຸລັກສັດນ້ຳ-ສັດປ່າ ຄືນສູ່ທຳມະຊາດ, ເສີມສ້າງການລ້ຽງ, ການຂະຫຍາຍພັນຂອງສັດນ້ຳ-ສັດປ່າ, ການນຳໃຊ້ສັດນ້ຳ-ສັດປ່າ ໂດຍບໍ່ມີການກະທົບຕໍ່ທຳມະຊາດ, ທີ່ຢູ່ອາໃສ, ຈຳກັດການຫຼຸດລົງ ແລະ ການສູນພັນ, ການອະນຸລັກຮັກສາ, ເຊິ່ງແມ່ນໜ້າທີ່ຂອງໝົດທຸກຄົນໃນການຄຸ້ມຄອງກວດກາ, ອະນຸລັກ, ປົກປັກຮັກສາ, ພັດທະນາແບບຍືນຍົງ ທັງແນ່ໃສຮັບປະກັນຄວາມອຸດົມສົມບູນ, ສົມດູນຂອງລະບົບນິເວດທຳມະຊາດ, ປະກອບສ່ວນຍົກ ລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນການພັດທະນາເສດທະກິດຂອງຕົນໃຫ້ດີຂື້ນເປັນກ້າວໆ. ເຊິ່ງປາທີ່ນຳມາປ່ອຍໃນຄັ້ງນີ້ ປະກອບມີ ປາໄນ, ປານີນ ລວມທັງໝົດ 10,000 ໂຕ.
ຕອນທ້າຍທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ຄຳ ກໍ່ໄດ້ໃຫ້ ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາພ້ອມທັງຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງສັດນ້ຳ-ສັດປ່າ ແລະ ເໜັ້ນໜັກໃຫ້ ອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ ຈົ່ງພ້ອມກັນຕື່ນຕົວປົກປົກປັກຮັກສາ, ອະນຸລັກການ ແຜ່ພັນ ແລະ ການກຳນົດວັງສະຫງວນ. ຫຼັງຈາກນັ້ນກໍ່ໄດ້ນຳເອົາປາ ດັ່ງກ່າວໄປປ່ອຍລົງສູ່ແມ່ນນ້ຳມັດວັງ ສະຫງວນບ້ານນາຍອງຄຸ້ມນ້ຳຕຽນຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ