ເຊົ້າວັນທີ 14 ກໍລະກົດ 2017ຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ. ແຂວງສະຫວັນນະເຂດ ໄດ້ຈັດພິທີປ່ອຍປາແຫ່ງຊາດຂື້ນຢ່າງເປັນທາງການ ທີ່ຫ້ວຍ ສະນຽມ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານນາງ ມະນີຈັນ ຈັນທະນາລີ ກໍາມະການປະຈໍາພັກເມືອງ, ປະທານກວດກາພັກ-ລັດເມືອງ, ທ່ານ ສີຄູນ ບານມະນີວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ບ້ານເຊໂປນ ແລະ ບ້ານທ່າໂຂ່ງ ພ້ອມດ້ວຍພະນັກງານຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຈັນທະລາດ ມາໄລຄຳ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ຂື້ນຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຫ້າງຫາກະກຽມໃນວັນປ່ອຍປາແຫ່ງຊາດ ວັນທີ 13 ກໍລະກົດ 2017ນີ້, ຈຸດປະສົງໃນການປ່ອຍປາກໍ່ເພື່ອສ້າງຂະບວນການ ແລະ ເພື່ອເປັນການກະຕຸກຊຸກຍູ້ປູກຈິດສະນຶກໃນການອະນຸລັກຮັກສາສັດນໍ້າ-ສັດປ່າ ໃຫ້ຄຽງຄູ່ຄົນລາວໄປຈົນເຊັ່ນລູກເຊັ່ນຫຼານ ແລະ ເພື່ອເປັນການສະກັດກັ້ນການຄ້າ-ຂາຍສັດນໍ້າ-ສັດປ່າ ທີ່ຫວງຫ້າມ, ສໍາລັບປາທີນຳມາປ່ອຍໃນຄັ້ງນີ້ມີ ຈຳນວນ ທັງໝົດ 5.000 ໂຕ,ໃນນັ້ນປາປາກ 2.500 ໂຕ. ປາມະລີການ 1.500 ໂຕ ແລະ ປານິນ 1.000ໂຕ. ໃນປີ 2017 ນີ້ເມືອງເຊໂປນ ມີໜອງປາ ທັງໝົດ 1.047 ໜອງ, ໃນນັ້ນໜອງຂຸດ 316 ໜອງ, ເນື້ອທີ 68,79 ເຮັກຕາ, ໜອງທຳມະຊາດ 712 ໜອງ, ເນື້ອທີ 91 ເຮັກຕາ, ໜອງລວມບ້ານ 8 ໜອງ, ເນື້ອທີ 03 ເຮັກຕາ, ອ່າງເກັບນໍ້າ 11 ອ່າງ, ເນື້ອທີ່ 07 ເຮັກຕາ ແລະ ວັງສະຫງວນ 37 ວັງ, ເນື້ອທີ່ 31 ເຮັກຕາ ຄາດຄະເນປ່ອຍປາໃນປີນີ້ແມ່ນ 1.694.380 ໂຕ.(ໜຶ່ງລ້ານ, ຫົກແສນ, ເກົ້າມື່ນ, ສີ່ພັນ, ສາມຮ້ອຍແປດສິບໂຕ)
ຈາກນັ້ນທ່ານນາງ ມະນີຈັນ ຈັນທະນາລີ ກໍ່ໄດ້ມີຄຳເຫັນກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍທາງຫ້ອງການກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດເມືອງທີ່ໄດ້ເອົາໃຈໃສ່ຫ້າງຫາກະກຽມຈັດພິທີປ່ອຍປາ ເພາະວ່າໃນວັນທີ 13 ກໍລະກົດຂອງທຸກໆປີ ແມ່ນວັນອະນຸລັກສັດນໍ້າ-ສັດປ່າ ແລະ ເພິ່ນກໍ່ຮຽກຮ້ອງໃຫ້ທຸກໆຄົນຕ້ອງພ້ອມກັນອານຸລັກສັດນໍ້າ-ສັດປ່າປ່ອຍປາ ລົງໃສ່ ໜອງ, ອ່າງເກັບນໍ້າທີ່ເປັນເຂດຫວງຫ້າມ ແລະ ປ່ອຍປາລົງສູ່ແຫລງທໍາມະຊາດ ເພື່ອໃຫ້ສັດນໍ້າວາງໄຂ່ ແລະ ຂະຫຍາຍພັນ, ສະກັດກັ້ນການຄ້າ-ຂາຍສັດນໍ້າ-ສັດປາ ທີ່ຫວງຫ້າມ. ຫຼັງຈາກນັ້ນບັນດາການນຳ ແລະ ແຂກເຂົ້າຮ່ວມກໍ່ໄດ້ພ້ອມພາກັນລົງໄປປ່ອຍປາລົງສູ່ໜອງນໍ້າຫວງຫ້າມຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.
Editor: ກຳປານາດ ລັດຖະເຮົ້າ