ກາງເດືອນກໍລະກົດ 2017 ນີ້, ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ເຊັນບົດບັນທຶກສັນຍາການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນແຂວງ ແລະ ເມືອງ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ມີ ທ່ານ ດຣ, ສົນທະນີ ສູນດາຮາສັກດາ ຮອງຫົວໜ້າພະແນກປະກັນສຸຂະພາບ ພ້ອມຄະນະກໍາມະການກອງທຶນປະກັນສຸຂະພາບຂັ້ນແຂວງ, ເມືອງ ແລະ ສຸກສາລາ14ແຫ່ງພາຍໃນເມືອງ, ຫົວໜ້າ, ຄະນະຫ້ອງການອອ້ມຂ້າງ, ປ.ກ.ສ ກຸ່ມບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້: ມີເອກະສານປະຫວັດຄວາມເປັນມາຂອງການສ້າງຕັ້ງກອງທຶນປະກັນສຸຂະພາບແຫ່ງຊາດ, ນະໂຍບາຍຕ່າງໆກ່ຽວກັບປະກັນສຸຂະພາບຂອງລັດຖະບານ, ບັນຫາແຕ່ລະໆບົບປະກັນສຸຂະພາບ ໃນໄລຍະຜ່ານມາ, ການເຂົ້າເຖີງຂອດການບໍລິການ, ການມີສ່ວນຮ່ວມລະຫວ່າງພະນັກງານ, ວີຊາການແພດໝໍກັບພໍ່ແມ່ປະຊາຊົນ, ມະນຸດສໍາພັນທີ່ດີ, ບົດບາດການປະກັນສຸຂະພາບທຸກຖ້ວນໜ້າໃນການເງີນສາທາລະນະສຸກປະກອບມີການສັນຫາແຫລ່ງທຶນສາທາລະນະສຸກ, ການຈັດສັນແຫລ່ງທຶນສາທາລະນະສຸກ, ການນໍາໃຊ້ທຶນສາທາລະນະສຸກ, ຈຸດປະສົງຂອງການສ້າງກອງທຶນປະກັນສຸຂະພາບແຫ່ງຊາດ ແມ່ນເພື່ອຍົກເລິກທຸກອຸປະສັກເຂົ້າການບໍລິການຂອງປະຊາຊົນທຸກໆຄົນ, ນໍາເອົາຜົນປະໂຫຍດໃຫ້ເຂົາເຈົ້າເຖີງຂັ້ນສູງສຸດ,ຈໍາກັດຫຼືລົບລ້າງຄວາມບໍ່ໂປ່ງໃສ ຫຼື ຜົນປະໂຫຍດອັນບໍ່ຊອບທໍາໃນການບໍລິຫານ ແລະ ການບໍລິການ, ສ້າງຄວາມເຂັ້ມແຂງໃຫ້ລະບົບກອງທຶນປະກັນສຸຂະພາບແຫ່ງຊາດ,ມີນິຕິກໍາ, ມີການຈັດຕັ້ງ, ມີການບໍລິຫານຈັດການທີ່ຖືກຕ້ອງນໍາໃຊ້ວີທະຍາການທີ່ມີປະສິດທີຜົນ, ໃຊ້ສັບພະຍາກອນໜ້ອຍ (ຄົນ,ງົບປະມານ,ເວລາ) ແຕ່ມີຜົນໄດ້ຮັບສູງ,ປະຕິຮູບການເງີນສາທາລະນະສຸກໃຫ້ໄດ້3ມາດຕະຖານ, ປະສິດທິພາບ, ເປັນທໍາ ແລະ ກວດສອບໄດ້, ເຮັດໃຫ້ແຫລ່ງການເງີນສະຖານທີບໍລິການເຂົ້າອອກປະຕູດຽວທີ່ສາມາດເຕົ້າໂຮມທຶນ, ໃຊ້ທຶນຕາມບູລິມະສິດຂອງວຽກທີ່ທຸກຄົນສາມາດໃຊ້ທີ່ສະດວກແກ່ການກວດສອບຊື່ງກອງທຶນປະກັນສຸຂະພາບແຫ່ງຊາດນີ້ແມ່ນບໍໄດ້ມີການຈໍາກັດຊົນຊັ້ນທຸກຄົນແມ່ນໄດ້ເຂົ້າເຖີງການບໍລິການໂດຍກົງ.
Editor: ກຳປານາດ ລັດຖະເຮົ້າ