ໃນວັນທີ 14 ກໍລະກົດ 2017 ຜ່ານມານີ້ ທີ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫລວງວຽງຈັນ ບໍລິສັດ ຕຣີເພັດ ອີຊູຊູເຊວ ຈຳກັດ ໄດ້ຈັດພິທີເປີດໂຕລົດໃຫມ່ ເດີນີວ ອີຊູຊູມິວ-ເອັກ ບຣູພາວເວີ ຢ່າງເປັນທາງການ.ໂດຍມີບັນດາແຂກ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ, ອີຊູຊຸ ເດີນໜ້າບຸກຕະຫຼາດລົດ ສປປ ລາວ ຢ່າງຕໍ່ເນື່ອງ. ສົ່ງນະວັດຕະກຳລົດຍົນອະເນກປະສົງສຸດຫຼູຫຼາຮຸ່ນໃໝ່ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ: ຄືຄຳຕອບ... ຂອງທຸກຢ່າງ” ມາພ້ອມກັບການອອກແບບທີ່ສະກົດທຸກສາຍຕາ ພ້ອມ ສະມັດຖະນະອັນຊົງພະລັງ ທີ່ຈະພ້ອມພາທ່ານທະຍານໄປສູ່ທຸກຈຸດໝາຍ, ຕອບຮັບທຸກໄລຟ໌ສະໄຕລ໌ ກັບຮູບລັກໃໝ່, ສະປອດຫຼູຫຼາ, ສະຫງ່າງາມ, ແລະ ພຽບພ້ອມໄປດ້ວຍຟັງຊັ່ນໃຊ້ງານໃໝ່ທີ່ທັນສະໄໝ.
ໃນພິທີ ທ່ານ ຮິຊາໂອະ ອິໂຕ້ (Hisao Ito) ຜູ້ຈັດການທົ່ວໄປ, ຫ້ອງການຜູ້ຕາງໜ້າ ປະຈຳນະຄອນຫຼວງວຽງຈັນ, ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ, ຜູ້ຈັດຈຳໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ຢ່າງເປັນທາງການໃນ ສປປ ລາວ ເປີດເຜີຍວ່າ: “ໃນການສ້າງຕະຫຼາດລົດກະບະ “ອີຊູຊຸດີແມັກ” ແລະ ລົດນັ່ງອະເນກປະສົງ “ອີຊູຊຸມິວ-ເອັກ” ໃນຕະຫຼາດສຳຄັນຢ່າງສປປ ລາວ ຖືເປັນບາດກ້າວໜຶ່ງ ຂອງຕຣີເພັດອີຊູຊຸເຊວສ໌ ແລະ ຍີ່ຫໍ້ ອີຊູຊຸ ໃນຕະຫຼາດອາຊຽນນຳອີກ. ເຊິ່ງຕະຫຼອດໄລຍະເວລາ 1 ປີເຕັມ ໃນການປຸກລົດຍີ່ຫໍ້ “ອີຊູຊຸ” ໃນຕະຫຼາດທີ່ກຳລັງເຕີບໂຕຢ່າງ ສປປ ລາວ, ດ້ວຍການແນະນຳນະວັດຕະກຳລົດຍົນທີ່ມີຄຸນນະພາບ ຂອງອີຊູຊຸ ຄວບຄູ່ໄປກັບການຍົກລະດັບທັງໃນດ້ານການຂາຍ ແລະ ການບໍລິການຫຼັງການຂາຍທີ່ໄດ້ມາດຕະຖານ ເພື່ອເສີມສ້າງຄວາມເຊື່ອໝັ້ນ ຂອງຜູ້ໃຊ້ລົດ ສົ່ງຜົນໃຫ້ຍອດຂາຍອີຊູຊຸໃນຕະຫຼາດລາວດີຂຶ້ນເຖິງ 47,5% ດັ່ງນັ້ນ ເພື່ອຕອບສະໜອງຄວາມຕ້ອງການໃໝ່ໆ ຂອງຜູ້ໃຊ້ລົດ ອີຊູຊຸຈຶ່ງພ້ອມແນະນຳ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ລົດອະແນກປະສົງສຸດຫຼູຫຼາຮຸ່ນໃໝ່ ເຊິ່ງເປັນໜຶ່ງໃນລົດຍອດນິຍົມ ຂອງອີຊູຊຸໃນການຕີຕະຫຼາດໃນທົ່ວໂລກ ຄຽງຄູ່ກັບລົດກະບະ “ອີຊູຊຸດີແມັກ” ໂດຍ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ຈະສ້າງສີສັນໃຫ້ກັບວົງການລົດຍົນລາວ ອີກຄັ້ງ ພາຍໃຕ້ແນວຄິດ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ ຄືຄຳຕອບ...ຂອງທຸກຢ່າງ” ຈາກການອອກແບບ ແລະ ປັບໂສມໃໝ່ ເພື່ອສ້າງເອກະລັກຄວາມເປັນຕົວຕົນທີ່ແຕກຕ່າງ ແລະ ໂດດເດັ່ນຍິ່ງຂຶ້ນ ພ້ອມບັນຍາກາດໃນຫ້ອງໂດຍສານໃໝ່, ໂທນສີ ແລະ ຖານທີ່ກ້ວາງຂວາງຫຼູຫຼາສະຫງ່າງາມ, ນັ່ງສະບາຍຕາມແບບສະບັບລົດຍົນນັ່ງລະດັບຫຼູຫຼາ ພ້ອມຊ່ວງລ່າງທີ່ນຸ້ມນວນ ລວມທັງເທັກໂນໂລຢີ ແລະ ຟັງຊັ່ນໃຊ້ງານຕ່າງໆທີ່ຕອບສະໜອງການໃຊ້ຊີວິດຍຸກໃໝ່ ຂອງຜູ້ໃຊ້ລົດໄດ້ສູງສຸດໃນທຸກດ້ານ. ພວກເຮົາໝັ້ນໃຈວ່າ: “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ຈະເປັນອາວຸດສຳຄັນໃນການສ້າງຍອດຂາຍທີ່ແຂງແກ່ນ ແລະ ເປັນອີກໜຶ່ງກຳລັງສຳຄັນທີ່ຈະພາກຸ່ມອີຊູຊຸໄປສູ່ເປົ້າໝາຍທີ່ຍິ່ງໃຫຍ່ ນັ້ນກໍ່ຄື: ການພັດທະນາ ແລະ ສ້າງສັນຜະລິດຕະພັນທີ່ເຕັມປ່ຽມໄປດ້ວຍຄຸນນະພາບ ສຳລັບຊາວ ສປປ ລາວ”
“ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ພ້ອມວາງຈຳໜ່າຍ ທີ່ຫ້ອງສະແດງສິນຄ້າອີຊູຊຸທົ່ວປະເທດລາວ ຕັ້ງແຕ່ວັນທີ 15 ກໍລະກົດ ເປັນຕົ້ນໄປ ໃນລາຄາເລີ່ມຕົ້ນ 380 ລ້ານກີບ.
“ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ: ຄືຄຳຕອບ...ຂອງທຸກຢ່າງ” ເກີດຈາກການສ້າງສັນອົງປະກອບຕ່າງໆເພື່ອຕອບສະໜອງຄວາມຕ້ອງການ ຂອງຜູ້ໃຊ້ລົດຢ່າງມີປະສິດທິພາບສູງສຸດ ດ້ວຍການອອກແບບທີ່ສະດຸດຕາ ບວກກັບສະມັດຖະນະທີ່ຊົງພະລັງ ພຽບພ້ອມໄປດ້ວຍຟັງຊັ່ນໃຊ້ງານໃໝ່ໆ ລ້ຳສະໄໝ ແລະ ຕອບຮັບທຸກໄລຟ໌ສະໄຕລ໌ ສາມາດຕິດຕາມຂໍ້ມູນຂ່າວສານ ແລະ ກິດຈະກຳຕ່າງໆຂອງອີຊູຊຸ ໄດ້ທາງເວັບໄຊທ໌: www.isuzulaos.com ແລະ ເຟດບຸກ: “Isuzu Laos ອີຊູຊຸລາວ” ແລະ ສາມາດທົດລອງຂັບ “ເດິ ນິວ ອີຊູຊຸມິວ-ເອັກ ບລູພາວເວີ” ໄດ້ທີ່ຫ້ອງສະແດງສິນຄ້າອີຊູຊຸທົ່ວປະເທດລາວ ຕັ້ງແຕ່ວັນທີ 15 ກໍລະກົດ ເປັນຕົ້ນໄປ.
Editor: ກຳປານາດ ລັດຖະເຮົ້າ