ເນື່ອງໃນໂອກາດວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ. ຫ້ອງການກະສິກໍາ-ປ່າໄມ້ ຈຶ່ງໄດ້ສົມທົບກັບຫ້ອງການທີ່ກ່ຽວຂ້ອງ, ອຳນາດການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີປ່ອຍປາຂຶ້ນໃນວັນທີ 13 ກໍລະກົດ 2017 ຢູ່ທີ່ ວັງສະຫງວນ ບ້ານນາດາວ, ເມືອງວັງວຽງ, ແຂວງວຽງຈັນ ຢ່າງເປັນຂະບວນຟົດຟື້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດວງໃຈ ມະນີວັນ ຮອງເລຂາພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງ, ມີ ທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອອ້ມຂ້າງເມືອງພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທິ ທ່ານ ຊົງໄຊ ລັດຕະນະຄຳເພັດ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳແລະປ່າໄມ້ເມືອງ ໄດ້ຂື້ນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດພິທີສະເຫຼີມ ສະຫຼອງວັນປ່ອຍປາແຫ່ງຊາດ ວ່າ: ການຈັດພິທີປ່ອຍປາຂຶ້ນໃນຄັ້ງນີ້ ກໍເພື່ອເປັນການປະຕິບັດຕາມກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ແລະ ເພື່ອປົກປັກຮັກສາສັດນ້ຳ-ສັດປ່າ ໃຫ້ອຸດົມສົມບູນ ທັງເປັນການສືບຕໍ່ຊຸກຍູ້ຂະບວນການພັດທະນາສັດນ້ຳ - ສັດປ່າ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃຫ້ມີຊີ້ນມີປາຕອບສະໜອງກັບການບໍລິໂພກໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງເປັນການປູກຈິດສຳນຶກດ້ານລະບຽບກົດໝາຍ ວ່າດ້ວຍສັດນ້ຳ-ສັດປ່າໃຫ້ປະຊາຊົນໄດ້ຮັບຮູ້ ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາສັດນ້ຳ-ສັດປ່າໃຫ້ເປັນຂອງປວງຊົນ. ພ້ອມນີ້ຍັງຈະໄດ້ຈັດຕັ້ງປະຕິບັດວ່າດ້ວຍການກຳນົດ ຂອບເຂດວັງສະຫງວນ ຂອງບ້ານນາດາວ.
ເຊິ່ງໃນພິທີກໍໄດ້ມີການປ່ອຍປາ 20 ພັນກວ່າໂຕ, ໂດຍໄດ້ຮັບການສະໜັບສະໜູນຈາກໂຮງງານຊີມັງຫຼັງ 3 ວັງວຽງ, ພະແນກກະສິກໍາ ປ່າໄມ້ແຂວງວຽງຈັນ, ບັນດາທະນາຄານສາຂາວັງວຽງ, ກຸ່ມເຮືອກາຍັກ ແລະ ພາກສ່ວນອື່ນໆ. ປາທີ່ນຳມາປ່ອຍຄັ້ງນີ້ ມີ: ປາໃນ, ປາປາກ, ປານິນ, ປາເກັດແລບ, ປາອິນເດຍ. ເຊິ່ງໃນສົກປີ 2017 ເມືອງວັງວຽງ ຈະສູ້ຊົນປ່ອຍປາໃຫ້ໄດ້ 200.000 ກວ່າໂຕ, ໃນນັ້ນປ່ອຍລົງແມ່ນ້ຳທຳມະຊາດ ແລະ ຊຸກຍູ້ໃຫ້ປ່ອຍລົງລ້ຽງໃສ່ໜອງ ແລະ ກະຊັງປາໃຫ້ໄດ້ 150.000 ກວ່າໂຕ.
ຈາກນັ້ນ, ທ່ານ ດວງໃຈ ມະນີວັນ ຮອງເລຂາພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງວັງວຽງ ກໍ່ໄດ້ກ່າວເປີດພິທີ ແລະ ໃຫ້ກຽດໂອ້ລົມ ພ້ອມທັງມອບໃບສົມມະນາບຸນຄຸນໃຫ້ກັບບັນດາພາກສ່ວນບໍລິສັດ, ໂຮງຈັກ -ໂຮງງານ ແລະ ຫ້າງຮ້ານຕ່າງໆທີ່ໄດ້ປະກອບສ່ວນໃນພິທີປ່ອຍປາໃນຄັ້ງນີ້ ພ້ອມທັງຮ່ວມປ່ອຍປາລົງສູ່ສາຍແມ່ນ້ຳຊອງ ວັງສະຫງວນ, ບ້ານນາດາວເມືອງວັງວຽງຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ