ພິທີ ປ່ອຍປາ ແລະ ວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ໄດ້ຈັດຂື້ນວັນທີ 13 ກໍລະກົດ 2017 ຜ່ານມານີ້ ຢູ່ທີ່ຍອດຫ້ວຍນໍ້າໜອງນົກ, ບ້ານໜອງນົກ, ເມືອງທ່າແຕງ ແຂວງເຊກອງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສວນ ບຸດບຸນມາ ຄະນະປະຈໍາພັກເມືອງ ປະທານກວດກາ ພັກ-ລັດ ເມືອງທ່າແຕງ, ມີ ທ່ານ ສູນທອນ ພິມມະວົງສາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີຫົວໜ້າ-ຮອງຫ້ອງການ, ອົງການປົກຄອງບ້ານອ້ອມຂ້າງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຫຼາຍດ້ານ. ໂດຍສະເພາະແມ່ນປ່າໄມ້, ແຫຼ່ງນໍ້າເປັນແຫຼ່ງອາໃສ່ຂອງສັດນ້ຳ-ສັດປ່າ ທີ່ຕິດພັນກັບຊັບພະຍາກອນທຳມະຊາດ ແລະ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງສັດ,ຍ້ອນເຫັນໄດ້ບົດບາດ ແລະ ຄວາມໝາຍສຳຄັນແນວນັ້ນ, ພັກ-ລັດ ຈິ່ງໄດ້ເອົາຂະແໜ່ງກະສິກຳ ແລະ ປ່າໄມ້ ເປັນເສົາຄ້ຳໃນດ້ານເສດຖະກິດແຫ່ງຊາດ, ທັງເປັນບົດບາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ເປັນລະບົບຕໍ່ເນື່ອງ. ສະນັ້ນ, ພັກ-ລັດ ເພິ່ນຈິ່ງໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນອະນຸລັກ ສັດນ້ຳ-ສັດປ່າ ແຫ່ງຊາດ, ໂດຍປັດຈຸບັນ ຢູ່ເມືອງທ່າແຕງ ມີວັງສະຫງວນທັງໝົດ 21 ແຫ່ງ ແລະ ຄາດຄະເນສືບຕໍ່ ປ່ອຍປາ ຢູ່ວັງສະຫງວນໃຫ້ໄດ້ອີກ ຈໍານວນໜຶ່ງ, ໃນຂະນະທີ່ປ່ອຍປາ ຄືນສູ່ແຫຼ່ງທຳມະຊາດປີນີ້ມີປະມານ 5 ໝື່ນກວ່າໂຕ, ໃນນີ້ ມີປະເພດ ປາປາກ, ປານິນ. ຊຶ່ງປາດັ່ງກ່າວແມ່ນໄດ້ຮັບຈາກການສະໜັບສະໜູນຂອງພາກສ່ວນ ລັດ ມີຈຳນວນ 4 ໝື່ນກວ່າໂຕ, ຜູ້ປະກອບການຈາກພາກສ່ວນ ບໍລິສັດ ມີຈຳນວນ 1 ໝື່ນໂຕ ແລະ ນິຕິບຸກຄົນກໍ່ຄື ປະຊາຊົນ ບ້ານໜອງນົກມີ 2 ພັນໂຕ. ໃນຂະນະປີ 2016 ຜ່ານມາປ່ອຍປາໄດ້ທັງໝົດມີ 4 ໝື່ນກວ່າໂຕ, ລົງສູ່ທໍາມະຊາດມີ 6 ວັງສະຫງວນສໍາເລັດໂດຍພື້ນຖານ.
ໃນຕອນທ້າຍພິທີ ທ່ານ ບຸນສວນ ບຸດບຸນມາ ຄະນະປະຈໍາພັກເມືອງ ປະທານກວດກາ ພັກ-ລັດ ເມືອງທ່າແຕງ ໄດ້ກ່າວສະແດງຍ້ອງຍໍຊົມເຊີຍ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ທີ່ໄດ້ນຳເອົາທືນດັ່ງກ່າວ ມາພັດທະນາຊຸມຊົນ,ພ້ອມທ່ານໄດ້ເນັ້ນໃຫ້ບັນດາອົງການປົກຄອງທຸກຂັ້ນທີ່ກ່ຽວຂ້ອງ ຈົ່ງມີສ່ວນຮ່ວມໃນການສ້າງຂະບວນການ, ປະຕິບັດຕາມລະບຽບຫຼັກການທີ່ທາງຂັ້ນເທິງ ແລະ ຂັ້ນບ້ານວາງອອກ, ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງ ສັດນ້ຳ-ສັດປ່າ ທີ່ຢູ່ຕາມພູມລຳເນົາດັ່ງກ່າວນີ້ ໃຫ້ນັບມື້ນັບເພີ່ມຂື້ນເລື້ອຍໆ ແລະ ນຳໃຊ້ໃຫ້ເກີດປະໂຫຍດຢ່າງສູງ. ທັງນີ້ ກໍ່ເພື່ອເຮັດໃຫ້ປະຊາຊົນພາຍໃນທ້ອງຖິ່ນ ໄດ້ປູກຈິດສໍານຶກປະກອບສ່ວນເຂົ້າໃນການພັດທະນາພື້ນທີ່ຂອງຕົນຢ່າງເລິກເຊິ່ງ ກ່ຽວກັບວັນອະນຸລັກສັດນ້ຳ-ສັດປ່າຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ