ຕົ້ນເດືອນກໍລະກົດນີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ຈັດກໍາລັງເຂົ້າແກ້ໄຂຈຸດມົ້ວສຸມຢາ ເສບຕິດ ຢູ່ຫ້ອງແຖວແຫ່ງໜຶ່ງ ເຂດບ້ານລ້ອງກໍເດື່ອ, ເມືອງໄຊ ສາມາດກັກຕົວຜູ້ເສບຢາເສບຕິດໄດ້ 7 ຄົນ, ພ້ອມຂອງກາງຢາເສບຕິດຫຼາຍປະເພດ ໄປດໍາເນີນຄະດີຕາມກົດໝາຍ.
ເຈົ້າໜ້າທີ ປກສ ໃຫ້ຮູ້ວ່າ: ວັນທີ 6 ກໍລະກົດ 2017, ເຈົ້າໜ້າທີຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງໄດ້ຈັດກໍາລັງ ວິຊາສະເພາະເຂົ້າກວດຄົ້ນຫ້ອງແຖວເຂດບ້ານລ້ອງກໍເດື່ອ, ເມືອງໄຊ. ຜ່ານການກວດຄົ້ນຈຸດພັກເຊົ່າທີ່ເປັນຫ້ອງແຖວ 3 ຫ້ອງ ໄດ້ພົບເຫັນເຄື່ອງຂອງກາງທີ່ຜິດກົດໝາຍຢູ່ທີ່ຫ້ອງເບີ 1 ມີຢາເສບຕິດ ປະເພດຢາບ້າ 8 ເມັດ. ຫ້ອງເບີ 2 ມີເຮໂຣອິນ 1 ຫໍ່ນ້ອຍ ນ້ຳໜັກ 0,1 ກຼາມ ແລະ ຫ້ອງເບີ 3 ພົບຢາບ້າ 6 ເມັດ ແລະ ເຮໂຣອິນ ອີກຈຳນວນ 6 ຫໍ່ນ້ອຍ ນ້ຳໜັກ 0,4 ກຼາມ, ພ້ອມທັງກັກຕົວຜູ້ມົວສຸມທັງສາມຫ້ອງຈໍານວນ 7 ຄົນ ຄື: ນາງ ເມະ ອາຍຸ 33 ປີ, ທ້າວ ແສງດາວ ອາຍຸ 26 ປີ, ທ້າວ ນ້ອຍ ອາຍຸ 35 ປີ, ທ້າວ ມະນີວັນ ອາຍຸ 18 ປີ, ທ້າວ ໂກ ອາຍຸ 24 ປີ, ທ້າວ ອ້ວນ ອາຍຸ 20 ປີ ແລະ ທ້າວ ແຂກ ອາຍຸ 27 ປີ, ເຄື່ອງຕິດຕົວມີໂທລະສັບຈຳນວນ 3 ເຄື່ອງ, ທັງໝົດແມ່ນພັກ-ເຊົ່າຢູ່ຈຸດດັ່ງກ່າວ ພ້ອມເຄື່ອງຂອງກາງໄປດຳເນີນຄະດີ ຕາມລະບຽບກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ