ເນື່ອງໃນໂອກາດວັນອານຸລັກສັດນ້ຳສັດປ່າປີນີ້ ແຂວງວຽງຈັນ ໄດ້ປ່ອຍນົກຈຳນວນໜຶ່ງຄືນສູ່ທຳມະຊາດ ແລະ ປານິນ, ປາໃນ, ປາປາກ ຈຳນວນ 10.000 ໂຕ. ລົງສູ່ແມ່ນ້ຳລີກ, ເຂດເມືອງຫີນເຫີບ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2017 ຜ່ານມານີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ,ຮອງເຈົ້າແຂວງໆວຽງຈັນ, ມີບັນດາຄະນະປະຈຳ, ກຳມະການພັກແຂວງ, ຫົວໜ້າພະແນກການຂອງແຂວງ ແລະ ບັນດາຫ້ອງການຂອງເມືອງຫີນເຫີນເຂົ້າຮ່ວມ.
ທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ໄດ້ລາຍງານໃນພິທີວ່າ: ການຈັດຕັ້ງພິທີສະເຫລີມສະຫຼອງວັນປ່ອຍປາແຫ່ງຊາດ ຢູ່ແຂວງວຽງຈັນ ກໍ່ໄດ້ຈັດຕັ້ງປະຕິບັດທຸກໆປີ ເຊິ່ງແຕ່ລະປີໄດ້ປ່ອຍປາລົງໃສ່ອ່າງນ້ຳ,ຫ້ວຍຮ່ອງ, ໜອງບຶງທຳມະຊາດ. ນອກຈາກຢູ່ຂັ້ນແຂວງແລ້ວກໍ່ໄດ້ຈັດຕັ້ງວັນດັ່ງກ່າວນີ້ຂຶ້ນຢູ່ແຕ່ລະເມືອງຕື່ມອີກ ປີລະຫຼາຍກວ່າ 500.000 ໂຕຂຶ້ນໄປ. ພ້ອມກັນນີ້ກໍ່ມີຫຼາຍພາກສ່ວນເສດຖະກິດ-ສັງຄົມ ໄດ້ພ້ອມກັນລົງທຶນແບບຄອບຄົວ, ແບບເປັນຟາມ ໃນການລ້ຽງປາໃສ່ໜອງ,ໃສ່ນາເຂົ້າ, ໃສ່ກະຊັງ, ບຶງ ແລະ ຮູບແບບ ອື່ນໆຢ່າງເປັນຂະບວນ ເຊັ່ນ: ຄອບຄົວຕົວແບບລ້ຽງປາ ມີ 15 ຄອບຄົວ, ການລ້ຽງເປັນຟາມມີ 6 ຟາມ ສາມາດຕອບສະໜອງປາລ້ຽງໄດ້ຫຼາຍກວ່າ 10.000 ໂຕນຕໍ່ປີ, ເຮັດໃຫ້ການລ້ຽງປາເພີ່ມຂຶ້ນ.
ສຳລັບລູກປາທີ່ນຳມາປ່ອຍໃນຄັ້ງນີ້ແມ່ນໄດ້ມາຈາກສະຖານີຜະລິດແນວພັນປາແຂວງວຽງຈັນ, ເຊິ່ງສະຖານີດັ່ງກ່າວສາມາດຜະລິດລູກປານ້ອຍຫຼາຍຊະນິດ ເພຶ່ອຕອບສະໜອງສັງຄົມ ໄດ້ປີໜຶ່ງໆ ປະມານ 9-10 ລ້ານໂຕ. ນອກຈາກນີ້, ຍັງມີບ່ອນຜະລິດແນວພັນປານ້ອຍຂອງຄອບຄົວ, ຜູ້ປະກອບການ ທີ່ສາມາດຜະລິດລູກປາໄດ້ 3 ລ້ານໂຕ. ນອກຈາກໄດ້ຈັດພິທີປ່ອຍປາຢູ່ຂັ້ນແຂວງແລ້ວ ບັນດາເມືອງທີ່ມີເງື່ອນໄຂໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ກະກຽມຈັດຕັ້ງພິທີສະເຫຼີມສະຫຼອງວັນປ່ອຍປາແຫ່ງຊາດຢູ່ແຕ່ລະທ້ອງຖິ່ນ ແລະ ມີບາງເມືອງກໍ່ໄດ້ຈັດພິທີນີ້ຂຶ້ນແລ້ວ ໃນຕົ້ນເດືອນກໍລະກົດນີ້ ແລະ ຍັງຈະໄດ້ສືບຕໍ່ຢູ່ໃນບາງເມືອງຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ