ໃນວັນທີ 11 ກໍລະກົດ 2017 ຜ່ານມາ ຢູ່ທີ່ກອງບັນຊາການທພຫານເມືອງ ທ່າບາດ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືຫາປາທີ່ຜິດຕໍ່ລະບຽບກົດໝາຍທົ່ວເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ,ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ.ມີ ທ່ານ ບຸນສົງ ເພັດຈະເລີນ ເຈົ້າເມືອງ ທ່າພະບາດ ມີຄະນະກຳມະການເກັບກູ້ອາວຸດ-ກະສູນຂັ້ນເມືອງ,ຂັ້ນບ້ານເຂົ້າຮ່ວມ.
ທ່ານ ຄຳປຸ່ນ ສີຫາລາດ ຮອງເລຂາພັກຫົວໜ້າຄະນະຈັດຕັ້ງເມືອງທັງເປັນ ຄະນະກຳມະການເກັບກູ້ອາວຸດ-ກະສູນຂັ້ນເມືອງ ໄດ້ຕືຄາຄືນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຄະນະກຳມະການເກັບກູ້ອາວຸດ-ກະສູນຂັ້ນເມືອງໃນໄລຍະຜ່ານມາ, ຜ່ານການລົງໂຄສະນາ,ປຸກລະດົມໂດຍຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ຮ່ວມກັບອຳນາດການປົກຄອງຂັ້ນບ້ານ ສາມາດເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນເມືອງ ຮັບຮູ້ເຂົ້າໃຈເຖິງຜົນຮ້າຍຂອງອາວຸດລ່າເນື້ອ ແລະ ເຄື່ອງມືຫາປາທີ່ຜິດກົດໝາຍ ໂດຍມີປະຊາຊົນເຂົ້າຮ່ວມທັງໝົດ 3,555 ຄົນ,ຍິງ 2,032 ຄົນ,ສາມາດເກັບກູ້ທ້ອນໂຮມ ອາວຸດ,ກະສູນ ແລະ ເຄື່ອງມືຫາປາທີ່ເກືອດຫ້າມໄດ້ທັງໝົດ 840 ອັນ.ໃນນັ້ນເປະເພດປືນແກັບ 709 ກະບອກ, ປະເພດປືນຫຼວງ, ປືນກິລາ ແລະ ປືນດັດແກ້ 24 ກະບອກ,ປະເພດທາກແຕກ 1 ໜ່ວຍ ແລະ ໝໍ້ຊັອດ ຈຳນວນ 106 ໜ່ວຍ. ນອກນັ້ນຍັງໄດ້ເຮັດບົດບັນທຶກ,ສຶກສາອົບຮົມ ກັບປະຊາຊົນຕຶ່ມອີກເພື່ອຫຼີກລຽ້ງບໍ່ໃຫ້ມີອາວຸດທີ່ຕ້ອງຫ້າມໄວ້ຄອບຄອງ.ຕໍ່ກັບຜົນງານດັ່ງກ່າວນັ້ນ ເຈົ້າເມືອງທ່າພະບາດ ຈິ່ງໄດ້ຕົກລົງມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ຄະນະກຳມະການເກັບກູ້ອາວຸດ-ກະສູນຂັ້ນເມືອງ ແລະ ຂັ້ນບ້ານ ຕໍ່ຈາກນັ້ນກໍ່ໄດ້ຈັດພິທີທຳລາຍຢ່າງເປັນທາງການ ໂດຍມີການນຳຂັ້ນແຂວງ ຂັ້ນເມືອງ ຕະຫຼອດຮອດອຳນາກການປົກຄອງຂັ້ນບ້ານເຂົ້າຮ່ວມ.ການທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືຫາປາທີ່ຜິດຕໍ່ລະບຽບກົດໝາຍຢູ່ເມືອງ ທ່າພະບາດໃນຄັ້ງນີ້ຍັງເປັນການຢຸດຕິການໃຊ້ເຄື່ອງມືຫາກິນທີ່ຜິດຕໍ່ລະບຽບກົດໝາຍ ຍັງເປັນການສະເຫຼີມສະຫຼອງ ວັນປ່ອຍປາ-ອານຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ທີ 13 ກໍລະກົດ ກໍ່ຄືວຽກງານ ຈຸດສູມບູລິມະສິດ ຂອງແຂວງ ໃນການແກ້ໄຂບັນຫາ 4 ເຖື່ອນ:ຄົນເຖື່ອນ,ລົດເຖື່ອນ,ສິນຄ້າເຖື່ອນ ແລະ ອາວຸດເຖື່ອນ ຕຶ້ມອີກ.
Editor: ກຳປານາດ ລັດຖະເຮົ້າ