ເພື່ອເປັນການຕ້ອນຮັບ ແລະ ກຽມສະຫລອງວັນສ້າງຕັ້ງອາຊຽນ ທີ່ຈະມາເຖິງໃນຫມໍ່ໆນີ້ ດັ່ງນັ້ນກົມອາຊຽນ, ກະຊວງການຕ່າງປະເທດ ເຊີນບັນດານັກຮຽນ-ນັກສຶກສາ, ຊາວຫນຸ່ມ ແລະ ປະຊາຊົນລາວ ທົ່ວໄປ ສົ່ງຮູບແຕ້ມເຂົ້າປະກວດ ພາຍໃຕ້ຫົວຂໍ້: ອາຊຽນ ຄົບຮອບ 50 ປີ, ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ASEAN.
ກອງເລຂາອາຊຽນແຫ່ງຊາດ ກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ຈັດກິດຈະກຳຕ່າງໆ ແລະ ຫນຶ່ງໃນນັ້ນ ແມ່ນການແຂ່ງຂັນ ປະກວດແຕ້ມຮູບ ໂດຍມີເງື່ອນໄຂ ດັ່ງຕໍ່ໄປນີ້.
1. ຜູ້ທີ່ສົ່ງຮູບເຂົ້າປະກວດ ຕ້ອງເປັນນັກຮຽນ-ນັກສຶກສາ ຫລື ພະນັກງານທົ່ວໄປ ອາຍຸລະຫວ່າງ 15-30 ປີ, ສັນຊາດລາວ, ມີການລະບຸໍື່ວັນເດືອນປີເກີດ ຢ່າງຈະແຈ້ງ, ອາຊີບ, ເບີຕິດຕໍ່ພົວພັນ ໃນດ້ານຫລັງຮູບແຕ້ມ.
2. ຮູບແຕ້ມດ້ວຍສີ, ແຕ້ມດ້ວຍມື, ຂະຫນາກເຈ້ຍ ເອ 3 ແລະ ອະທິບາຍເນື້ອໃນຫຍໍ້ໆກ່ຽວກັບຮູບ.
3. ຮູບແຕ້ມ ຕ້ອງສະທ້ອນໃຫ້ເຫັນ ຄວາມເປັນປະຊາຄົມ ໂດຍເນັ້ນເຖິງຄວາມສາມັກຄີ ກົມກຽວ ແລະ ເປັນປຶກແຜ່ນຂອງອາຊຽນ, ຄວາມຈະເລີນຮຸ່ງເຮືອງ ທາງດ້ານເສດຖະກິດ ແລະ ຄວາມຫລາກຫລາຍທາງດ້ານວັດທະນະທຳ-ສັງຄົມ, ຕະຫລອດຮອດຜົນສຳເລັດຕ່າງໆ ຂອງອາຊຽນ ຕະຫລອດໄລຍະ 50 ປີ ຜ່ານມາ, ສຳລັບລາງວັນ ທີ່ 1 ເງິນສົດ 1,500,000 ກີບ, ລາງວັນທີ 2 ເງິນລາງວັນ 1,300,000 ກີບ ແລະ ລາງວັນທີ 3 ເງິນງລາງວັນ 1,000,000 ກີບ. ນອກຈາກນີ້ ຜູ້ທີ່ຊະນະເລີດ ທີ 1-3 ແມ່ນຍັງຈະໄດ້ເຂົ້າຮ່ວມງານລາຕີສະໂມສອນ ສະເຫລີມສະຫລອງວັນ ຄົບຮອບ 50 ປີ ອາຊຽນ ເຊິ່ງຈະໄດ້ຈັດຂື້ນ ໃນວັນທີ 12 ສິງຫາ 2017 ທີ່ໂຮງແຮມລາວພາຊາ, ນະຄອນຫລວງວຽງຈັນ, ພ້ອມທັງຮັບລາງວັນ ໃນມື້ດັ່ງກ່າວ.
ສ່ວນການກຳນົດເວລາໃນການສົ່ງຮູບແຕ້ມ ດັ່ງກ່າວ ສາມາດສົ່ງມາທີ່ກົມອາຊຽນ, ກະຊວງການຕ່າງປະເທດ, ຖະຫນົນ 23 ສິງຫາ. ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ປິດຮັບສະຫມັກ 25 ກໍລະກົດ 2017 ແລະ ປະກາດຜົນຜູ້ຂະນະເລີດ ໃນວັນທີ 8 ສິງຫາ 2017.
Editor: ກຳປານາດ ລັດຖະເຮົ້າ