ເນື່ອງໃນໂອກາດວັນອານຸລັກຮັກສາ ສັດນ້ຳ-ສັດປ່າ ແຫ່ງຊາດ. ວັນທີ 13 ກໍລະກົດ ນີ້ ແຂວງຫຼວງພະບາງ ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ປ່ອຍປາ ຂຶ້ນ ຢູ່ທີ່ສົ້ນຂົວນ້ຳຄານເກົ່າ ບ້ານເມືອງງາ ເມືອງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ສຸກັນ ບຸນຍົງ ເລຂາພັກເມືອງ ເຈົ້າເມືອງຫຼວງພະບາງ, ທ່ານ ລີ ປ່າວກວ່າງ ຫົວໜ້າກົງສູນໃຫຍ່ແຫ່ງ ສປ ຈີນ ປະຈຳພາກເໜືອ, ແຂວງຫຼວງພະບາງ. ມີ ບັນດາ ຫົວໜ້າ-ຮອງຫົວໜ້າພະແນກການ ທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.
ພິທີໃນຄັ້ງນີ້ ທ່ານ ສຸກັນ ບຸນຍົງ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງເລົ່າປະຫວັດຄວາມເປັນມາຂອງວັນສ້າງຕັ້ງວັນອານຸລັກຮັກສາ ສັດນ້ຳ-ສັດປ່າ ແຫ່ງຊາດ. ແລະ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງສັດນ້ຳ-ສັດປ່າ ຕໍ່ກັບການດຳລົງຊີວິດຂອງຄົນເຮົາ ນັບແຕ່ບັນພະບູລຸດຈົນມາເຖິງປັດຈຸບັນ ສະນັ້ນທ່ານຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນອອກກົດລະບຽບ, ຂໍ້ຫ້າມໃນການລ່າສັດນ້ຳ-ສັດປ່າ ໃນນັ້ນຫ້າມບໍ່ໃຫ້ໃຊ້ເຄື່ອງມືທີທັນສະໄໝເກີນໄປ ເປັນຕົ້ນແມ່ນການຊອດ, ລະເບີດ ແລະ ເບື່ອປາ. ເພື່ອໃຫ້ສັດດັ່ງກ່າວໄດ້ເພີ່ມຂຶ້ນໃນແຕ່ລະປີ. ຈາກນັ້ນກໍ່ໄດ້ໃຫ້ກຽດຂຶ້ນເປີດປ້າຍເຂດອານຸລັກວັງສະຫງວນຂອງແມ່ນ້ຳຄານ ຊຶ່ງຈະໄດ້ເລີ່ມ ອານຸລັກຮັກສາ ນັບແຕ່ປີນີ້ເປັນຕົ້ນໄປ ແລະ ເຂດອານຸລັກດັ່ງກ່າວແມ່ນເລີ່ມແຕ່ແກ້ງຍອງ ບ້ານດອນແກ້ວ ລົງມາ ບ້ານຜານົມ, ບ້ານຜາສຸກ, ບ້ານເມືອງງາ, ບ້ານພັນຫຼວງ. ບ້ານວຽງໃໝ່ ແລະ ບ້ານອາໄພ ຈົນໄປເຖິງ ປາກຄານ ຂອງແມ່ນ້ຳຄ້ານ.
ທ່ານ ໄຊຍະພັນ ລາສີ ຫົວໜ້າພະແນກ ກຳສິກຳ ແລະ ປ່າໄມ້ແຂວງຫລວງ ພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ວັນອານຸລັກຮັກສາ ສັດນ້ຳ-ສັດປ່າ ແຫ່ງຊາດປະຈຳປີ 2017 ນີ້ ທົ່ວແຂວງຫຼວງພະບາງ ວາງເປົ້າໝາຍປ່ອຍປາໃຫ້ໄດ້ 1 ລ້ານໂຕ ແລະ ສະເພາະ ເມືອງຫຼວງພະບາງ ຄັ້ງນີ້ແມ່ນໄດ້ປ່ອຍລົງສູ່ວັງສະຫງວນ ຂອງແມ່ນ້ຳຄານໄປແລ້ວ 7 ໝື່ນໂຕ. ໃນນັ້ນ ມີ ປານິນ, ປາໄນ, ປາແກງ ແລະ ປາອື່ນໆອີກ.
Editor: ກຳປານາດ ລັດຖະເຮົ້າ