ໃນວັນທີ 10 ກໍລະກົດ 2017, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ສະກັດກວດຄົ້ນລົດ ວິໂກ້ ເປົ້າໝາຍຖືກສົງໄສຂົນສົ່ງຢາເສບຕິດ ປະເພດເຮໂຣອິນ ໃນຂະນະທີ່ກໍາລັງຂັບຂີ່ລົດມຸ່ງໜ້າເຂົ້າເມືອງຫ້ວຍຊາຍ, ຜ່ານການກວດຄົ້ນ ພົບ ຂອງກາງຢາເຮໂຣອິນ 6 ແທ່ງ ພ້ອມທັງກັກຕົວຜູ້ຂັບຂີ່ 2 ຄົນໄປດໍາເນີນການສອບສວນ.
ເຈົ້າໜ້າທີ່ ປກສ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼງຂ່າວ ວ່າຈະມີເປົ້າໝາຍເຄື່ອນໄຫວຂົນສົ່ງຢາເສບຕິດ ຈາກເມືອງເມິງ ໄປເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຈຶ່ງໄດ້ຈັດກໍາລັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງ ຕັ້ງດ່ານສະກັດຢູ່ຈຸດກວດກາເຂດບ້ານປຸງ, ເມືອງຫ້ວຍຊາຍ. ໃນຂະນະນັ້ນ, ໄດ້ພົບເຫັນລົດເປົ້າໝາຍດັ່ງກ່າວ ເປັນລົດ ວີໂກ້ ສີຂາວ ໝາຍເລກ ທະບຽນ ກກ 2402 ບໍ່ແກ້ວ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສະກັດລັດກວດຄົ້ນ ພົບເຫັນຢາເສບຕິດປະເພດ ເຮໂຣອິນ 6 ແທ່ງ ຊຸກເຊື່ອງຢູ່ໃນພື້ນກະບະດ້ານຫຼັງລົດ ຈຶ່ງກັກຕົວຜູ້ຂັບຂີ່ຊື່ທ້າວ ຈ່າຍໍ່ ອາຍຸ 30 ປີ, ຢູ່ບ້ານປຸງຜາ, ເມືອງເມິງ ແລະ ທ້າວ ສິດ ອາຍຸ 22 ປີ ຢູ່ບ້ານຫົວນ້ຳຄາ ທັງສອງ ຢູ່ເມືອງເມີງ ແຂວງບໍ່ແກ້ວ ໄປສອບສວນຂະຫຍາຍຜົນຫາກຸ່ມແກ້ງຄ້າ -ຂາຍຢາເສບຕິດ ໄປດໍາເນີນຄະດີ.
ຂອບໃຈຂໍມູນຈາກ ຫນັງສືພິມຄວາມສະຫງົບ
Editor:ຕະວັນ ແສງສະຫວັນ