ຊາວບ້ານອາຊີງ ເມືອງສະໝ້ວຍ ແຂວງສາລະວັນ ທີ່ຕັ້ງຢູ່ຫ່າງຈາກເທດສະບານແຂວງໄປ 100 ກວ່າກິໂລແມັດ ແລະ ຫ່າງຈາກເມືອງສະໝ້ວຍ 10 ກວ່າກິໂລ ປະຈຸບັນ ກຳລັງປະເຊີນກັບການຂາດທີ່ຢູ່ອາໄສ, ອາຫານການກິນ ເນື່ອງຈາກຖືກໄຟໄໝ້ໝົດທັງບ້ານ ຍັງເຫຼືອເຮືອນພຽງຫຼັງຄາດຽວ.
ເຫດການໄຟໄໝ້ເກີດຂຶ້ນ ໃນເວລາປະມານບ່າຍໂມງຂອງວັນທີ 11 ກໍລະກົດ 2017 ທີ່ຜ່ານມາ ຍ້ອນປະຊາຊົນດັງໄຟຢູ່ໃນເຮືອນ ແລ້ວໄຟໄໝ້ລາມ ໄປຕາມດົ້ນຟືນ ແລະ ຕິດໃສ່ຝາເຮືອນ ຈິ່ງເກີດການໄໝ້ຢ່າງໄວວາຈົນເອົາຫຍັງນໍາບໍ່ທັນ ແລະ ໄດ້ລາມໄປໃສ່ຫຼັງອື່ນໆຢ່າງໄວວາ. ນີ້ນັບເປັນເຫດການໄຟໄໝ້ຄັ້ງຮ້າຍແຮງ ແລະ ຄັ້ງປະຫວັດສາດເຮັດໃຫ້ 33 ຫຼັງຄາເຮືອນໃນທັງໝົດ 34 ຫຼັງທີ່ມີຢູ່ ບ້ານອາຊີງ ຖືກໄໝ້ເປັນຖ່ານ ຍ້ອນວ່າເຮືອນແຕ່ລະຫຼັງຕັ້ງຢູ່ຖີ່ກັນເມື່ອໄໝ້ຫຼັງໜຶ່ງແລ້ວຈິ່ງລາມຫາຫຼັງອື່ນໆຢ່າງງ່າຍດາຍ.
ປະຈຸບັນ ຊາວບ້ານທັງໝົດໃນ 33 ຄອບຄົວ ລວມປະມານ 180 ກວ່າຄົນ ແມ່ນຂາດທີ່ຢູ່ອາໄສ ແລະ ອາຫານການກິນ, ສະນັ້ນ ທັນທີທີ່ຮູ້ຂ່າວທາງເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງໃຫ້ການຊ່ວຍເຫຼືອບັນເທົ່າສິ່ງຂອງທີ່ມີ ໂດຍນຳໃຊ້ເງິນແຮສຸກເສີນຂອງເມືອງອອກໄປຊື້ສິ່ງຈຳເປັນຕ່າງໆໄປແກ້ໄຂໃນເບື້ອງຕົ້ນແລ້ວ.
ພ້ອມດຽວກັນໃນວັນທີ 13 ກໍລະກົດນີ້ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນ ໄດ້ນຳພາພະນັກງານລັດຈຳນວນໜຶ່ງ ຈາກແຂວງ ແລະ ເມືອງນຳເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ຜ້າຫົ່ມ ແລະ ມຸ້ງໄປມອບໃຫ້ຊາວບ້ານ ທັງລະດົມພະນັກງານລັດ ສົມທົບກັບ ປະຊາຊົນ ເພື່ອປຸກຕູບໃຫ້ຊາວບ້ານ 180 ກວ່າຊີວິດໄດ້ມີບ່ອນພັກອາໄສຊົ່ວຄາວໄປກ່ອນ.
ທາງເຈົ້າໜ້າທີ່ຜູ້ໃຫ້ຂໍ້ມູນກ່າວວ່າ: ການຊ່ວຍເຫຼືອດັ່ງກ່າວເປັນພຽງການແກ້ໄຂສຸກເສີນເທົ່ານັ້ນ ແຕ່ຍັງບໍ່ທັນພຽງພໍເທື່ອ ເນື່ອງຈາກເຫດການເກີດຂຶ້ນຢ່າງກະທັນຫັນ ແລ ະຍັງບໍ່ມີພາກສ່ວນໃດຂອງສັງຄົມ ໄປໃຫ້ການຊ່ວຍເຫຼືອ ພຽງນຳໃຊ້ເງິນແຮສຸກເສີນ ແລະ ລະດົມກຳລັງທາງພາກລັດໄປຊ່ວຍປຸກຕູບໃຫ້ປະຊາຊົນມີບ່ອນລີ້ແດດລີ້ຝົນຊົ່ວຄາວເທົ່ານັ້ນ.
Editor:ດາວໄຊ ສີວິໄລ