ປະຈຸບັນ ໃນອາຊຽນ ສປປ ລາວ ກຳລັງໄດ້ຮັບຄວາມສົນໃຈຈາກນັກທຸລະກິດ ດ້ານເຟີນິເຈີການຕົບແຕ່ງພາຍໃນເຮືອນ ຈາກປະເທດອີຕາລີ ທີ່ມີສິນຄ້າສົ່ງອອກໄປທົ່ວໂລກ ໂດຍເຫັນຈາກການເຂົ້າຮ່ວມງານວາງສະແດງເຄື່ອງເຮືອນລາວຄັ້ງທີ 2 ທີ່ພວມດຳເນີນງານ ຢູ່ທີ່ສູນການຄ້າລາວໄອເຕັກ ໃນລະຫວ່າງວັນທີ 8 ຫາ 16 ກໍລະກົດ ນີ້ ໄດ້ມີຫົວຫນ່ວຍທຸລະກິດຜະລິດ ແລະ ຈຳຫນ່າຍເຄື່ອງເຟີນິເຈີຕົບແຕ່ງພາຍໃນເຮືອນເຂົ້າຮ່ວມງານ.
ທ່ານ ອີວັນ ລົມບາໂດ, ຜູ້ຈັດການຝ່າຍການສົ່ງອອກບໍລິສັດ ໂມບິວປິວ ໄດ້ໃຫ້ສຳພາດກັບລາຍການເມືອງລາວວັນນີ້ ວ່າ: ລາວ ເປັນປະເທດທີ່ກຳລັງພັດທະນາ ແລະ ເປີດກວ້າງ ເປີດຮັບສິນຄ້າໃຫມ່ໆຈາກຕ່າງປະເທດ ສະນັ້ນ, ບໍລິສັດຈິ່ງເຫັນໂອກາດນີ້ ແລະ ຢາກນຳສິນຄ້າເຂົ້າມາທົດລອງຕະຫລາດຂອງຄົນລາວ ພ້ອມທັງ ຈະເປັນເວທີແລກປ່ຽນຄວາມຄິດໃຫມ່ ເພື່ອນຳໄປພັດທະນາ ແລະ ຕໍ່ຍອດທາງການຕະຫລາດ ແລະ ພ້ອມໃຫ້ການສະຫນັບສະຫນູນທີ່ດ້ານເຟີນິເຈີ ເພື່ອໃຫ້ມີການພັດທະນາໄປຄ່ຽງຄູ່ກັນ.
ມີສຽງສຳພາດ ທ່ານ ອີວັນ ລົມບາໂດ, ຜູ້ຈັດການຝ່າຍການສົ່ງອອກບໍລິສັດ ໂມບິວປິວ ມາໃຫ້ຮັບຟັງເພີ່ມຕື່ມໃນລາຍລະອຽດ.
Editor:ຕະວັນ ແສງສະຫວັນ