ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ(ນວ), ຮ່ວມກັບອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຈັດພິທີປ່ອຍປາ ຈຳນວນ 176.000 ກວ່າໂຕ ລົງສູ່ທຳມະຊາດ (ອ່າງນໍ້າຊວງ) ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໃນຕອນເຊົ້າວັນທີ 13 ກໍລະກົດ ນີ້ ໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ ປະຈຳປີ 2017 ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາຫົວໜ້າກົມ-ຮອງກົມ, ພ້ອມດ້ວຍພໍ່-ແມ່ປະຊາຊົນ ພາຍໃນບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາທີ່ນຳມາປ່ອຍໃນຄັ້ງນີ້ປະກອບມີ: ປານິນ, ປາໄນ, ປາປາກ, ປາເກັດແລບ, ປານວນຈັນ ແລະ ຊະນິດປາອື່ນໆ ນອກນັ້ນຍັງໄດ້ນຳເອົາກົບ ແລະ ນົກ ຈໍານວນໜຶ່ງ ມາປ່ອຍຕື່ມອີກ
ແລະ ໃນວັນດຽວກັນ ຢູ່ທ່າເຮືອຫລັກ 4 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມພິທີປອ່ຍປາ ລົງສູ່ທໍາມະຊາດ 1 ແສນກວ່າໂຕ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ປະຈຳປີ 2017 ພ້ອມນີ້ກໍມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຮອງເຈົ້າຄອງນະຄອນຫລວງ, ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
Editor: ຕະວັນ ແສງສະຫວັນ