ເພື່ອເປັນການຮ່ວມແຮງຮ່ວມໃຈ ແລະ ປະກອບສ່ວນ ໃນວຽກງານສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະ ກໍຄືການ ຊ່ວຍເຫຼື່ອພໍ່ແມ່ປະຊາຊົນຜູ້ທຸກຍາກ ທີ່ຢູ່ເຂດຊາຍແດນ ເພື່ອໃຫ້ພວກເຂົາເຫຼົ່ານັ້ນ ມີຊີວິດການເປັນຢູ່ທີ່ດີຂື້ນ, ພິທີດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 11 ກໍລະກິດ 2017 ທີ່ສູນກາງແນວລາວສ້າງຊາດ.
ໃຫ້ກຽດມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ພູວົງ ພະມີສິດ ປະທານສະມາຄົມຮ່ວມໃຈພັດທະນາລາວ ຕາງຫນ້າສະມາຄົມ ມອບເຄື່ອງປະເພດອາຫານແຫ້ງເຊັ່ນ: ນໍ້າຕານ, ນໍ້າປາ, ແປ້ງນົວ, ປາກະປ້ອງ ແລະ ອື່ນໆ, ລວມມູນຄ່າ 3 ລ້ານກວ່າກີບ. ໃຫ້ແກ່ສູນກາງແນວລາວສ້າງຊາດ ເພື່ອຈະໄດ້ນໍາເອົາເຄື່ອງຈໍານວນດັ່ງກ່າວ ໄປມອບໃຫ້ ພໍ່ - ແມ່, ປະຊາຊົນຜູ້ທຸກຍາກ ທີ່ຢູ່ ເຂດຊາຍແດນລາວ - ຫວຽດນາມ.
Editor: ກຳປານາດ ລັດຖະເຮົ້າ