ພິທີເຊັນສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະ ຮາກຖານສົ່ງເສີມປະຊາຊົນ ລະຫວ່າງ ແຂວງເຊກອງ ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ກັບ ບໍລິສັດ ລາວ ເອັຟ ແອນ ເອັຟ ອໍການິກ ( F&F Organic ) ຮ່ວມທຸລະກິດ ຈໍາກັດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ກໍລະກົດ 2017 ຜ່ານມາ ທີ່ຫ້ອງປະຊຸມ ພະແນກ ແຜນການ ແລະການລົງທຶນແຂວງເຊກອງ.
ຮ່ວມລົງນາມສັນຍາ ຕາງໜ້າໃຫ້ ແຂວງເຊກອງ ໂດຍແມ່ນ ທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງເຊກອງ ແລະ ຕາງໜ້າໃຫ້ ບໍລິສັດ ທ່ານ ເຈິ້ນ ສີ ຖິ້ງ ປະທານບໍລິສັດ ໂດຍຊ້ອງໜ້າ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ ຂັ້ນແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ. ສໍາລັບສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະ ຮາກຖານສົ່ງເສີມປະຊາຊົນ ໂດຍກໍານົດອາຍຸສັນຍາຂອງໂຄງການແມ່ນໄລຍະ 30 ປີ, ເຊິ່ງໄລຍະການຈັດຕັ້ງປະຕິບັດໂຄງການ ແມ່ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໃນມູນຄ່າການລົງທຶນທັງໝົດແມ່ນ 2,5 ລ້ານໂດລາສະຫະລັດ ໃນເນື້ອທີ່ 110 ເຮັກຕາ, ໂດຍແມ່ນບໍລິສັດຮັບຜິດຊອບ 100 ສ່ວນຮ້ອຍ ໃນການຊອກຫາແຫຼ່ງທຶນ ເພື່ອຕອບສະໜອງ ໃຫ້ແກ່ການດໍາເນີນໂຄງການຕາມມູນຄ່າການລົງທຶນ. ໃນນີ້ ເຂດພັດທະນາການລົງທຶນປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະ ຮາກຖານສົ່ງເສີມປະຊາຊົນ ເພື່ອຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນ ສ້າງອາຊີບໝັ້ນຄົງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດບ້ານຕິ້ວ, ບ້ານປະຫືງ, ບ້ານຈະນໍາ ແລະ ບ້ານອື່ນໆຂອງ ເມືອງລະມາມ ແຂວງເຊກອງ.
Editor: ກຳປານາດ ລັດຖະເຮົ້າ