ໃນວັນທີ 11 ກໍລະກົດ 2017, ເຈົ້າໜ້າທີ່ພະແນກສືບສວນ-ສອບ ສວນກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ນໍາຕົວໄວລຸ້ນຈໍານວນ 5 ຄົນ, ທີ່ຮ່ວມກັນກໍ່ເຫດອາລະວາດຕີກັນ ຢູ່ຮ້ານສະນຸກເກີ່ ບ້ານໂພນສະຫວັນໄຊ ເມືອງແປກ, ແຂວງຊຽງຂວາງ ໃນເດືອນພຶດສະພາ ເຮັດແຜນປະກອບຄໍາສາລະພາບ ຢູ່ສະຖານທີ່ເກີດເຫດ ເພື່ອປະກອບໃສ່ສໍານວນຄະດີ ກ່ອນສະຫຼຸບສົ່ງສໍານວນຄະດີສົ່ງໃຫ້ໄອຍະການ ສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ.
ພະແນກສືບສວນ-ສອບສວນ ປກສ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ຜູ້ກໍ່ເຫດຈໍານວນ 5 ຄົນ, ມີ ທ້າວ ເຢີມົວ ອາຍຸ 22 ປີ ຢູ່ບ້ານຢອນ, ທ້າວ ກໍລີ ອາຍຸ 21 ປີ, ຢູ່ບ້ານໂພນມີໄຊ, ທ້າວ ເຢັ່ງວື່ ອາຍຸ 24 ປີ, ຢູ່ບ້ານໂພນ ງາມເໜືອ ທັງ 5 ຄົນ, ແມ່ນຢູ່ເມືອງແປກ ແຂວງ ຊຽງຂວາງ ພວກກ່ຽວ ຖືກເຈົ້າໜ້າທີ່ຕິດຕາມຈັບຕົວໄດ້ ໃນວັນທີ 1 ມິຖຸນາ 2017 ກໍ່ເຫດລຸມ ຕີທ້າວ ບຸນຜອງ ອາຍຸ 21 ປີ, ນັກສຶກສາ ຢູ່ບ້ານໂພນງານໃຕ້ ເມືອງແປກ ແຂວງ ຊຽງຂວາງ ຢູ່ຮ້ານສະນຸກເກີ່ ບ້ານໂພນສະຫວັນໄຊ ເມືອງ ແປກ ໃນວັນທີ 31 ພຶດສະພາ 2017 ຈົນມີຜູ້ເສຍຊີວິດ.
Editor: ຕະວັນ ແສງສະຫວັນ