ທ່ານ ລັດຕະນະມະນີ ຄູນນິວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນບໍລິສັດ ຮັບເໝົາກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ມີການຕັ້ງແຄ້ມແບບສົມບູນ 100 ກວ່າແຫ່ງ, ສຳເລັດ ຕັ້ງໂຮງງານເບຕົງ, ໂຮງງານຫລອມເຫລັກໃນທຸກຊ່ວງການກໍ່ສ້າງ, ເຈາະອຸມົງ 48 ອຸມົງ ຍາວ 3.500 ກວ່າແມັດ,ສ້າງທາງຍາວ 450 ກິໂລແມັດ ແລະ ດຶງສາຍໄຟຟ້າເຂົ້າໃນສະໜາມກໍ່ສ້າງໄດ້ແລ້ວຫລາຍກວ່າ 300 ກິໂລແມັດ,ໂດຍລວມເຫັນວ່າມີຄວາມຄືບໜ້າປະມານ 24% ຂອງແຜນການປີ. ແລະ ໃນຊ່ວງລະດູຝົນນີ້ຜູ້ຮັບເໝົາໄດ້ສຸມໃສ່ວຽກງານເຈາະອຸມົງ.
ທ່ານຮອງລັດຖະມົນຕີ ກ່າວວ່າ: ສ່ວນບັນຫາມີເຮືອນປະຊາຊົນຈໍານວນໜຶ່ງ ຢູ່ບ້ານນາເຕີຍ, ແຂວງຫລວງນໍ້າທາ ເກີດຄວາມເສຍຫາຍຄືມີຮອຍແຕກແຫງຕາມຝາ ຍ້ອນໄດ້ຮັບຜົນກະທົບຈາກການເຈາະອຸມົງ ແລະ ສົ່ງສຽງດັງລົບກວນໃນຕອນກາງຄືນນັ້ນ, ຕໍ່ບັນຫາດັ່ງກ່າວບໍລິສັດ ຮັບເໝົາໄດ້ເຮັດບົດບັນທຶກກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເພື່ອໃຊ້ແທນຄືນ ແລະ ການເຈາະອຸມົງແມ່ນໃຫ້ປະຕິບັດຮອດເວລາ 21:00 ໂມງ ເພື່ອບໍ່ໃຫ້ລົບກວນປະຊາຊົນໃນເວລາຫລັບນອນ.
ທ່ານຮອງລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ໂຄງການທາງລົດໄຟລາວ-ຈີນ ເປັນໂຄງການທີ່ມີຄວາມສຳຄັນທີ່ສຸດຂອງລັດຖະບານ. ສະນັ້ນ ຈຶ່ງມີການຈັດຕັ້ງຄົບທຸກຂະແໜງການ ເພື່ອອຳນວຍຄວາມສະດວກ, ຄຸ້ມຄອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ອັນສຳຄັນຕ້ອງໃຫ້ໂຄງການໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຮັບປະກັນທາງດ້ານສິ່ງແວດລ້ອມ ແລະ ສັງຄົມ.
Editor: ຕະວັນ ແສງສະຫວັນ