ການເພີ່ມຂຶ້ນຂອງປະຊາກອນ ເຮັດໃຫ້ຄວາມຕ້ອງການພື້ນທີ່ຢູ່ອາໄສຂອງປະຊາຊົນເພີ່ມຂຶ້ນ, ແຕ່ໄປກະທົບຕໍ່ເນື້ອທີ່ກະສິກຳເປັນ ຕົ້ນແມ່ນ ໄຮ່,ນາ ຖືກຖົມເປັນຈຳນວນຫຼາຍ ເນື່ອງຈາກຄວາມຕ້ອງການທີ່ຢູ່ອາໄສມີສູງຂຶ້ນ, ຈາກບັນຫາດັ່ງກ່າວຂະແໜງການກ່ຽວຂ້ອງ ໄດ້ຫາລືເພື່ອແກ້ໄຂບັນຫາດັ່ງກ່າວ ຈາກຕົວເລກ ໃນປີ 2015 ມີເນື້ອທີ່ນາ ທັງໝົດປະມານ 53,709 ເຮັກຕາ, ມາຮອດປີ 2016 ຍັງເຫຼືອປະມານ 53,573 ເຮັກຕາ.
ທາງດ້ານທ່ານ ນາງ ປິດ ພົມເພັດ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ເຜີຍວ່າ: ຄວາມຕ້ອງການນຳໃຊ້ທີ່ດິນເຂົ້າໃນການພັດທະນານັບມື້ນັບສູງຂຶ້ນ ແລະ ສ່ວນຫຼາຍກໍ່ແມ່ນທີ່ດິນກະສິກຳ ແລະ ສິ່ງທ້າທາຍສຳຄັນອີກດ້ານໜຶ່ງ ແມ່ນການຂາດການກຳນົດ ແລະ ຈັດສັນແບ່ງເຂດການນຳໃຊ້ທີ່ດິນກະສິກຳທີ່ຊັດເຈນ.
ປັດໄຈເຫຼົ່ານີ້ ໄດ້ເຮັດໃຫ້ມີການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ເຂົ້າໃນເປົ້າໝາຍອື່ນຢ່າງ ກະແຈກກະຈາຍ ເຊິ່ງເຮັດໃຫ້ເນື້ອທີ່ດິນກະສິກຳ ແລະ ປ່າໄມ້ ໃນນະຄອນຫຼວງວຽງຈັນຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ເພາະມີການນຳໃຊ້ທີ່ດິນກະສິກຳເຂົ້າໃນເປົ້າໝາຍອື່ນຢ່າງກະແຈກກະຈາຍຫຼາຍ.
ເພື່ອຮັບປະກັນໃນການຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ ໃຫ້ເປັນລະບົບ, ລວມສູນ, ຮັດກຸ່ມ ແລະ ສອດຄ່ອງກັບລະບຽບກົດໝາຍ, ຕອບສະໜອງໃຫ້ແກ່ການຄໍ້າປະກັນດ້ານສະບຽບອາຫານ ແລະ ການຜະລິດເປັນສິນຄ້າ ຢູ່ນະຄອນຫຼວງວຽງຈັນ ພະແນກກະສິກຳ ແລະ ປ່າໄມ້ ຈຶ່ງສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງໃນການສ້າງຕັ້ງນິຕິກຳ ເພື່ອເປັນບ່ອນອີງໃນການຄຸ້ມຄອງທີ່ດິນກະສິກຳ ແລະ ປ່າໄມ້ ໂດຍສະເພາະແມ່ນຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການກຳນົດ ແລະ ຄຸ້ມຄອງທີ່ດິນກະສິກຳ ແລະ ປ່າໄມ້ ຢູ່ນະຄອນຫຼວງວຽງຈັນ ເຊິ່ງປະກາດໃຊ້ໃນເດືອນ ມີນາ 2017 ທີ່ຜ່ານມາ.
ໃນນີ້, ໄດ້ມີການກຳນົດຂອບເຂດທີ່ດິນທີ່ຈະສະຫງວດໄວ້ ຄື: ທີ່ດິນກະສິກຳມີ 73,089 ເຮັກຕາ ແລະ ທີ່ດິນປ່າໄມ້ 150,976 ເຮັກຕາ.
ຂອບໃຈຂໍ້ມູນ ຫນັງສືພິມເສດຖະກິດ-ການຄ້າ
Editor: ຕະວັນ ແສງສະຫວັນ