ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ບັນດາລັດຖະມົນຕີ,ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າເມືອງ, ຫົວຫນ້າກົມ, ຮອງກົມ, ພະແນກການທີ່ກ່ຽວຂ້ອງຕ່າງໆ ອໍານາດການປົກຄອງບ້ານ, ພໍ່ແມ່ປະຊະຊົນບໍລິເວນບ້ານໃກ້ຄຽງ ແລະ ນ້ອງໆເຍົາວະຊົນ ໄດ້ຮ່ວມກັນປ່ອຍປາລົງສູ້ທຳມະຊາດແມ່ນ້ຳງື່ມ, ບໍລິເວນທ່ານ້ຳ ວັດບ້ານໄຮ່ (ຂົວທ່າງ່ອນ), ເມືອງໄຊທານີ, ນະຄອນຫລວງວຽງຈັນ ເນື່ອງໃນໂອກາດສະເຫລີມສະຫລອງວັນອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ 13 ກໍລະກົດ 2017 ທີ່ຫມູນວຽງມາອີກວາລະຫນຶ່ງ.
ຊຶ່ງປີນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັບ ອົງການປົກຄອງນະຄອນຫລວງວຽງຈັນ ແລະ ເມືອງໄຊທານີ ພ້ອມດ້ວຍພໍ່ແມ່ປະຊາຊົນ ໄດ້ພ້ອມກັນເປັນເຈົ້າພາບ ຈັດພິທີປ່ອຍສັດນ້ຳ ແລະ ສັດປ່າ ຂື້ນ. ໂດຍເຫັນໄດ້ຄວາມຫມາຍຄວາມສຳຄັນຂອງສັດນ້ຳ ແລະ ສັດປ່າ ກໍ່ຄື ຊີວະນາໆພັນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຕໍ່ການປັບປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ກໍ່ຄື ການປົກປັກຮັກສາຊີວະນາໆພັນໃຫ້ຍືງຍົງຕະຫລອດໄປ, ທັງເປັນ ການປູກຈິດສຳນຶກໃຫ້ເຍົາວະຊົນລູກຫານ ຜູ້ເກີດໃຫມ່ໃຫຍ່ລຸ່ນ ແລະ ສັງຄົມທົ່ວໄປ ໃຫ້ມີສະຕິຫວງແຫນສັດນ້ຳ ແລະ ສັດປ່າ ເພື່ອໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທາງແຮງດ້ານສະບຽງອາຫານໃຫ້ປະຊາຊົນສືບຕໍ່ໄປ.
ຊຶ່ງ ປາ ທີ່ນຳມາປ່ອຍໃນຄັ້ງນີ້ມີ ຈຳນວນ 1 ແສນກວ່າໂຕ, ໃນນັ້ນ ປະກອບມີ: ປາປາກ, ປາເອີນ ແລະ ປາແກງ ພ້ອມດ້ວຍນົກຈຳນວນຫນຶ່ງ ຊຶ່ງໄດ້ມາຈາກສູນລ້ຽງປາຕ່າງໆ ທົ່ວນະຄອນຫລວງວຽງຈັນ ແລະ ການປະກອບສ່ວນຂອງປະຊາຊົນ. ທັງນີ້ ກໍ່ເພື່ອສະຫນອງເປົ້າຫມາຍໃນປີ 2017 ນີ້ ຕາມແຜນການແມ່ນປ່ອຍລູກປາ ໃຫ້ໄດ້ຫລາຍກວ່າ 40 ລ້ານໂຕ, ໄປຄ່ຽງຄູ່ກັນນັ້ນ ການປ່ອຍສັດປ່າ ເຊັ່ນ: ນົກ, ສັດເລື່ອຄານ ແລະ ສັດປະເພດອື່ນໆ ກໍ່ໃຫ້ມີຈຳນວນເພີ່ມຂື້ນ.
Editor: ຕະວັນ ແສງສະຫວັນ