ໂດຍປະຕິບັດຕາມກົດລະບຽບຂອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ທະນຸເຄາະຂອງສະຫະພັນນັກຮົບເກົ່າ ວ່າດ້ວຍປະຕິບັດນະໂຍບາຍ ຕໍ່ຄອບຄົວສະມາຊິກ ທີ່ເສຍຊີວິດ. ດັ່ງນັ້ນວັນທີ 10 ກໍລະກົດ 2017 ທີ່ຜ່ານມາ, ຫ້ອງການສະພັນນັກຮົບເກົ່າເມືອງເຊໂປນ ໄດ້ເອົາເງິນຈຳນວນ 25 ລ້ານກີບ ໄປມອບສົ່ງເຄາະຊ່ວຍເຫຼືອໃຫ້ແກ່ຄອບຄົວຂອງ ນາງ ສີແພງ, ເຊິ່ງຜູ້ກ່ຽວໄດ້ສະໝັກໃຈເຂົ້າຮ່ວມເຄື່ອນໄຫວເປັນສະມາຊິກກອງທຶນ ໃນວັນທີ 15/3/2011 ແລະ ໄດ້ໝົດສິດໃນການເປັນສະມາຊິກໃນວັນທີ 9/7/2017 ດ້ວຍການເສຍຊີວິດທີ່ບ້ານອຸດົມສຸກ ເມືອງເຊໂປນ ແຂວງສະຫັວນນະເຂດ ກ່າວມອບເງິນຄັ້ງນີ້ໂດຍແມ່ນ ທ່ານ ສີຕານ ນາກບຸນເພັງ ຮອງປະທານສະຫະພັນນັກຮົບເກົ່າເມືອງເຊໂປນ ຜູ້ຮັບ ແມ່ນຕ່າງໜ້າຄອບຄົວ ຊ້ອງໜ້າການຈັດຕັ້ງທຸກຂັ້ນຂອງບ້ານ; ພ້ອມດ້ວຍຍາດຕິພີ່ນ້ອງເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ ທັງນີ້ກໍ່ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວດັ່ງກ່າວ. ປະຈຸບັນທົ່ວເມືອງເຊໂປນມີສະມາຊີກກອງທຶນ 1,570 ຄົນ.
Editor: ກຳປານາດ ລັດຖະເຮົ້າ