ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ດ່ານພາສີສາງທ່ານາແລ້ງ ເມື່ອທ້າຍອາທິດຜ່ານມາ ເຊິ່ງມີ ທ່ານ ຄຳແພງ ສີສະຫງ່າ ຜູ້ອຳນວຍການໃຫຍ່ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ, ມີຮອງອໍານວຍການ ແລະ ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາງທ່ານາແລ້ງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ໃນການໄປຢ້ຽມຢາມຄັ້ງນີ້, ທ່ານ ຄຳແພງ ສີສະຫງ່າ ໄດ້ລາຍງານໂດຍ ສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ວຽກງານ ໃຫ້ຊາບວ່າ: ໃນປີ 2017 ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ໄດ້ວາງເປົ້າໃນການເກັບລາຍຮັບ 40 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນຕົ້ນປີ 2017 ສາມາດມີລາຍຮັບທັງໝົດ ປະມານ 22-23 ຕື້ກີບ, ຖ້າທຽບໃສ່ 6 ເດືອນຕົ້ນປີ 2016 ມີລາຍຮັບເພີ່ມຂຶ້ນ ປະມານ 30-40 ສ່ວນຮ້ອຍ ອັນເດັ່ນສຸດແມ່ນການບໍລິການ ຢູ່ແຂວງຄຳມ່ວນ ເຫັນວ່າເພີ່ມຂຶ້ນທຸກເດືອນ, ສະເລ່ຍຕູ້ສິນຄ້າທີ່ເຂົ້າມາປະມານ 2 ຫາ 3 ພັນຕູ້ຕໍ່ເດືອນ, ສະເລ່ຍລາຍຮັບເດືອນໜຶ່ງປະມານ 600 ລ້ານກີບ.
ໂອກາດຽວກັນ ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາງທ່ານາແລ້ງ ໄດ້ລາຍກ່ຽວກັບບັນຫາລົດຄ້າງສາງຮອດປັດຈຸບັນ; ຜ່ານລົງຕິດຕາມກວດກາເບິ່ງຕົວຈິງລົດທີ່ຍັງຄ້າງສາງ 1.160 ຄັນ, ຊຶ່ງສ່ວນໃຫຍ່ຈະເປັນລົດໝູນວຽນທີ່ນຳເຂົ້າມາ ລໍຖ້າເສຍພາສີ, ສ່ວນລົດກາຍກຳນົດແມ່ນ 44 ຄັນ, ບັນຊີຄ້າງສາງກາຍ 04 ເດືອນ ມີຈໍານວນ 198 ຄັນ, ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ດ່ານພາສີສາງທ່ານາແລ້ງ ໂດຍສະເພາະແມ່ນ ຕ້ອງໄດ້ເອົາໃຈໃສ່ປັບປຸງຂອດການບໍລິການ ເພື່ອໃຫ້ທ່ວງທັບກັບເວລາ, ປະສານສົມກັບພາກສ່ວນກ່ຽວຂ້ອງໂດຍສະເພາະດ່ານພາສີສາງທ່ານາແລ້ງ ເພື່ອອຳນວຍຄວາມສະດວກສະບາຍຂອງຜູ້ມາໃຊ້ບໍລິການ.
ສ່ວນດ່ານພາສີສາງທ່ານາແລ້ງ ຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມບັນຫາລົດຄ້າງສາງ, ບັນຫາການນໍາເຂົ້ານໍ້າມັນເຊື້ອໄຟ, ການນໍາເຂົ້າສິນຄ້າ ແລະ ການລັກລອບສິນຄ້າໜີພາສີ. ເອົາໃຈໃສ່ຕິດຕາມອ້າຍນ້ອງພະນັກງານພາສີເພື່ອຫລີກລຽງບັນຫາຫາງສຽງດ້ານລົບຈາກສັງຄົມ, ຕິດຕາມຢ່າງໃກ້ສິດໃນການເກັບອາກອນມູນຄ່າເພີ່ມ 10 ສ່ວຍຮ້ອຍ, ຢູ່່ດ່ານພາສີສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ບັນຫາອື່ນໆ.
Editor: ກຳປານາດ ລັດຖະເຮົ້າ