ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນໍາກໍາ
ລັງ ເຈົ້າໜ້າທີ່ວິຊາສະເພາະ ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານດ່ານຄຳ, ເມືອງສີໂຄດຕະບອງ ສາມາດກັກຕົວທ້າວ ອານຸສິດ ອາຍຸ 18 ປີ, ຢູ່ບ້ານດ່ານຄຳ ພ້ອມຂອງກາງຢາບ້າ 328 ເມັດ ໄປສືບສວນຂະຫຍາຍຜົນ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 19 ມິຖຸນາ 2017, ເຈົ້າໜ້າທີ່ ປກສ ໄດ້ວາງກຳລັງຕິດຕາມເປົ້າໝາຍ ຈົນຮອດເວລາ 12:00 ໂມງ ກໍໄດ້ເຂົ້າ ກັກຕົວເປົ້າໝາຍ ແລະ ກວດຄົ້ນເຮືອນພົບຢາບ້າ 328 ເມັດ.
ຜ່ານການສອບສວນ, ທ້າວ ອານຸສິດ ສາລະພາບວ່າ: ພາຍຫຼັງ ພໍ່ເສຍຊີວິດ, ກໍໄດ້ລາອອກຈາກໂຮງຮຽນແຕ່ຊັ້ນ ມ 4 ເພື່ອຂາຍເຄື່ອງແຫ້ງຊ່ວຍແມ່. ມາຮອດຕົ້ນປີ 2017, ກໍເລີ່ມພົວພັນກັບຢາເສບຕິດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງໄປດຳເນີນຄະດີ.
ຂອບໃຈຂໍ້ມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ