ຮອງຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ເປີດເຜີຍໃນພິທີເປີດງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 2 ວ່າ: ໃນໄລຍະ 2–3 ມື້ຜ່ານມາ ສິນຄ້າຈາກບໍລິສັດບົວລະພາ ຂອງພວກເຮົາແມ່ນໄດ້ຮັບຄວາມສົນໃຈ ຈາກປະຊາຊົນທີ່ເຂົ້າຮ່ວມເປັນຢ່າງດີ, ເຊິ່ງມາຮອດປັດຈຸບັນ ກຳລັງການຜະລິດບໍ່ພຽງພໍກັບຄວາມຕ້ອງການ.
ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ກ່າວຕື່ມວ່າ: ໃນງານເຄື່ອງເຮືອນລາວຄັ້ງທີ 2 ຂອງສະມາຄົມເຟີນີເຈີລາວ ທີ່ຈັດຂຶ້ນໃນຄັ້ງນີ້ ສຳລັບບໍລິສັດ ບົວລະພາເອງ ກໍ່ໄດ້ນຳເອົາສິນຄ້າທີ່ເປັນຜະລິດຕະພັນສຳເລັດຮູບຫຼາກຫຼາຍລາຍການເຂົ້າມາຮ່ວມໃນງານ ເຊິ່ງຕະຫຼອດ 2–3 ວັນຜ່ານມາ ເຫັນວ່າລູກຄ້າເຂົ້າມາຢ້ຽມຊົມ ແລະ ຊື້ຈຳນວນຫຼາຍ ເນື່ອງຈາກການຈັດງານຖືກກັບມື້ເຂົ້າພັນສາ ເຊິ່ງມີປະຊາຊົນເຂົ້າມາທ່ຽວຊົມຈຳນວນຫຼາຍ ເຮັດໃຫ້ຍອດຂາຍພາຍໃນງານເປັນທີ່ພໍໃຈ ທ່ານກ່າວວ່າ ຜະລິດຕະພັນສໍາເລັດຮູບຂອງບໍລິສັດ ບົວລະພາ ລາຄາບໍ່ສູງ ເໝາະສຳລັບກຳລັງຊື້ຈາກປະຊາຊົນເປັນສ່ວນຫຼາຍ. ເຊິ່ງມາຮອດປັດຈຸບັນ ເຫັນວ່າຍອດຜະລິດບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື້ອຫມັ້ນຂອງຂອງຜູ້ຊົມໃຊ້ ທີ່ຮູ້ຈັກຜະລິດຕະພັນຂອງລາວ ແລະ ຫັນມານິຍົມໃຊ້ສິນຄ້າຂອງລາວເພີ່ມຂຶ້ນ. ສຳລັບ ຜະລິດຕະພັນຈາກບໍລິສັດ ບົວລະພາ ແມ່ນຜະລິດຈາກໄມ້ປູກ, ເຊິ່ງບໍລິສັດ ບົວລະພາປູກເອງ ເປັນໄມ້ວິກ, ເຊິ່ງໄມ້ວິກບໍ່ແມ່ນໄມ້ເນື້ອອ່ອນ ທີ່ຈິງແລ້ວ ໄມ້ວິກ ເປັນໄມ້ເນື້ອແຂງ ເຊິ່ງຖ້າມາຜະລິດໂດຍຜ່ານຂັ້ນຕອນຕ່າງໆ ຈົນເປັນເຄື່ອງເຟີນີເຈີ ແລ້ວນຳໄປໃຊ້ ໃຫ້ຖືກກັບວັດຖຸປະສົງ ກໍ່ມີຄວາມໝັ້ນໜຽວ, ທົນທານ ແລະ ມີຄວາມສວຍງາມອີກດ້ວຍ.
ຜະລິດຕະພັນ ເຟີນີເຈີຈາກບໍລິສັດ ບົວລະພາ ມີຫຼາກຫຼາຍລາຍການ ບໍ່ວ່າຈະເປັນ ຊຸດໂຕະ, ຊັ້ນວາງເຄື່ອງວາງເກີບ, ພາຖາດໃສ່ໂຖນໍ້າ ແລະ ຈອກ, ແຜ່ນໄມ້ປູຟື້ນ, ຊຸດໂຕະເລື່ອນແບບອະເນກປະສົງ ເຊິ່ງສາມາດເກັບຕັ່ງໄດ້ 4 ໜ່ວຍ ແລະ ຜະລິດຕະພັນອື່ນໆ ອີກຫຼາຍລາຍການ. ສ່ວນຄຸນນະພາບແມ່ນມາດຕະຖານສາກົນ ທີ່ມີ 20 ປະເທດຢັ້ງຢືນ ແລະ ຊົມໃຊ້ຜະລິດຕະພັນຂອງໂຮງງານ.
ມີສຽງສຽງສໍາພາດທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈຳກັດ ມາໃຫ້ຮູ້ເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ