ສະມາຄົມເຟີນີເຈີລາວ ໄດ້ເປີດງານວາງສະແດງ ເຄື່ອງເຮືອນລາວ ຄັ້ງທີ 2 ຫຼື 2nd Lao Home and Living Fair 2017 ຢ່າງເປັນທາງການໃນມື້ວານນີ້ ເພື່ອສົ່ງເສີມຜູ້ປະກອບການລາວ ໃຫ້ສາມາດເຂົ້າເຖິງຕະຫຼາດເປົ້າໝາຍ ເຊິ່ງໃນງານມີສິນຄ້າເຂົ້າຮ່ວມ ລວມມູນຄ່າ 50 ຕື້ກີບ ແລະ ຜູ້ຈັດເຜີຍຈະມີການຊື້-ຂາຍ 40 ຕື້ກີບ.
ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນີເຈີລາວ ລາຍງານວ່າ: ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 2 ຈະເປັນເວທີເຕົ້າໂຮມພູມປັນຍາ, ເຕົ້າໂຮມປະສົບການຈາກຜູ້ປະກອບການ ຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາຫາລືແລກປ່ຽນນຳກັນ ພ້ອມເປັນໂອກາດທີ່ດີໃຫ້ຜູ້ປະກອບການ ແລະ ລູກຄ້າໄດ້ມາຮູ້ຈັກ ແລະ ພັດທະນາສິນຄ້າໄປພ້ອມໆກັນ. ວາງສະແດງ ເຄື່ອງເຮືອນລາວ ຄັ້ງທີ 2 ມີຈຳນວນຫົວໜ່ວຍທຸລະກິດເຟີນີເຈີ 66 ຫົວໜ່ວຍ, ຫ້ອງວາງສະແດງສິນຄ້າແມ່ນ 161 ຫ້ອງ, ໃນນັ້ນ ມາຈາກຕ່າງແຂວງແມ່ນ 10 ຫົວໜ່ວຍ, ຈຳນວນຫ້ອງວາງສະແດງແມ່ນ 21 ຫ້ອງ ເຊິ່ງຈາກນະຄອນຫຼວງວຽງຈັນ 140 ຫ້ອງ.
ງານດັ່ງກ່າວ ຄາດຄະແນວ່າມູນຄ່າການຊື້-ຂາຍ ລວມມີປະມານ 50 ຕື້ກີບ, ເຊິ່ງຄະນະກຳມະການມີຄວາມເຊື້ອໝັ້ນວ່າຈະມີການຊື້-ຂາຍ ໃນງານປະມານ 80% ຄາດມູນຄ່າຊື້-ຂາຍ 40 ຕື້ກີບ. ຄາດຄະແນມີຜູ້ເຂົ້າຮ່ວມໃນງານ ຈາກນະຄອນຫຼວງວຽງຈັນ 400,000 ຄົນ, ຈາກຕ່າງແຂວງ 100,000 ຄົນ, ມາຈາກປະເທດ ເພື່ອບ້ານມີ 5,000 ຄົນ, ມາຈາກສະມາຊິກສະມາຄົມເຟີນີເຈີ ອາຊຽນ 20 ທ່ານ, ມາຈາກ ສປ ຈີນ 500 ຄົນ ເຊິ່ງລວມທັງໝົດມີປະມານ 505,520 ຄົນ.
ພາຍໃນງານ ຜູ້ເຂົ້າຊົມ ຈະໄດ້ສຳຜັດກັບບັນຍາກາດ ການຕົກແຕ່ງບ້ານເຮືອນ ຈາກສິນຄ້າທີ່ເຂົ້າຮ່ວມຫຼາກຫຼາຍລາຍການ ບໍ່ວ່າຈະເປັນເຄື່ອງໄມ້, ເຄື່ອງໃຊ້ໄຟຟ້າ, ເຟີນີເຈີຕົກແຕ່ງ, ເຄື່ອງປະດັບ, ເຄື່ອງມືກົນຈັກໃນການຜະລິດ ແລະ ອື່ນໆ. ງານວາງສະແດງ ເຄື່ອງເຮືອນລາວ ຄັ້ງທີ 2 ຫຼື 2nd Lao Home and Living Fair 2017 ເປີດຂຶ້ນທີ່ສູນການຄ້າລາວໄອເຕັກ ຫຼັງເກົ່າ ເປີດລະຫວ່າງ ວັນທີ 8 – 16 ກໍລະກົດ 2017.
Editor: ຕະວັນ ແສງສະຫວັນ