ໃນວັນທີ 5 ກໍລະກົດ 2017, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ສົມທົບກັບຕຳຫຼວດຈາລະຈອນ ແຂວງຫົວພັນ ໄດ້ ສະກັດກວດລົດແທັກຊີ ພົບເຫັນຢາເສບຕິດ ປະເພດ ເຮໂຣອິນ 10 ແທ່ງ ໃນກະເປົາຜູ້ໂດຍສານ ຢູ່ເສັ້ນທາງ 13 ເໜືອ ເຂດພູທະນູ ບ້ານສະກາງ, ເມືອງຊໍາເໜືອ ໃກ້ກັບຄີວລົດເມສາຍເໜືອ ພ້ອມທັງກັກຕົວຜູ້ໂດຍສານ 2 ຄົນ ໄປສອບສວນຂະຫຍາຍພົນຫາທີ່ມາຂອງຢາເຮໂຣອິນ ດັ່ງກ່າວ.
ເຈົ້າໜ້ທີ່ ປກສ ເປີດເຜີຍວ່າ: ກະເປົາທີ່ກວດພົບ ເຮໂລອິນ ຈໍານວນດັ່ງກ່າວ ເປັນຂອງນາງ ຮົ້ວກື້ ອາຍຸ 30 ປີ, ຢູ່ບ້ານນາຊູ, ເມືອງແປກ, ແຂວງຊຽງຂວາງ ແລະ ນາງ ເຈຍຟາງ ອາຍຸ 32 ປີ, ຢູ່ບ້ານ ຫ້ວຍຮຽງ, ເມືອງສົບເບົາ,ແຂວງຫົວພັນ, ເຊິ່ງພວກກ່ຽວໄດ້ຈ້າງລົດແທັກຊີ ເພື່ອໃຫ້ໄປສົ່ງຢູ່ແຂວງຊຽງຂວາງ ແຕ່ກໍຖືກຈັບຕົວໄດ້ກ່ອນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ຕໍາຫຼວດໃນເບື້ອງຕົ້ນ, ພວກກ່ຽວຮັບສາລະພາບ ວ່າ: ຢາເຮໂຣອິນ ຈໍານວນດັ່ງກ່າວແມ່ນຂອງພວກກ່ຽວແທ້ ໂດຍໄດ້ຮ່ວມກັນຊື້ ເພື່ອຈະໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ແຂວງຊຽງຂວາງ. ພໍມາຮອດເຂດພູທະນູ ບ້ານສະກາງ, ເມືອງຊໍາເໜືອ ກໍຖືກເຈົ້າໜ້າທີ່ຕໍາຫຼວດ ກວດພົບ ພ້ອມຈັບຕົວໄວ້.
ປັດຈຸບັນ, ພວກກ່ຽວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ເພຶ່ອຊອກຫາກຸ່ມແກ້ງຮ່ວມຂະບວນ ການໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor:ຕະວັນ ແສງສະຫວັນ