ແຂວງສາລະວັນ ວາງສີລາລືກໂຄງການກໍ່ສ້າງໂຮງແຮມ ແລະ ພັດຕະຄານເຈພີ ທີ່ມີມູນຄ່າການກໍ່ສ້າງທັງ ໝົດ 55 ຕື້ກີບ, ໂດຍແມ່ນການລົງທຶນສ່ວນຕົວ 100% ຂອງກຸ່ມບໍລິສັດ ໄຊຊະນະ ຈຳກັດຜູ້ດຽວ, ເຊີ່ງໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ ຢູ່ບ້ານນາໂດນ ເມືອງສາລະວັນ ແລະ ແຂວງສາລະວັນ. ເຂົ້າຮ່ວມໂດຍ ທ່ານ ສີສຸວັນ ວົງຈອມສີ, ເຈົ້າແຂວງໆສາລະວັນ, ມີທ່ານ ໄຊຊະນະ ວິຊາເທບ, ປະທານກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ ແລະ ມີບັນດາພະແນກການອ້ອມຂ້າງທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການບໍລິສັດເຂົ້າຮ່ວມ. .
ທ່ານ ໄຊຊະນະ ວິຊາເທບ ໄດ້ກ່າວວ່າ: ໂຄງການກໍ່ສ້າງໂຮງແຮມ ແລະ ພັດຕະຄານແຫ່ງນີ້ ແມ່ນຕັ້ງຢູ່ເຂດບ້ານນາໂດນ, ເມືອງ ແລະ ແຂວງສາລະວັນ, ເຊີ່ງຈະກໍ່ສ້າງໃນເນື້ອທີ່ 38 ພັນຕາແມັດ, ໃນນັ້ນ ອາຄານໂຮງແຮມແມ່ນໄດ້ອອກແບບສະຖາປັດຕະຍະກຳດ້ວຍຮູບຊົງລາວເດີມປະສົມປະສານກັບຍຸກສະໄໝໃໝ່ ທີ່ເປັນເອກະລັກຂອງທ້ອງຖີ່ນພາຍໃນ, ມີໂຄງສ້າງເບຕົງເສີມເຫຼັກ, ມຸງດ້ວຍຊີແພັກ ແລະ ມີການຕົບແຕ່ງພາຍໃນທີ່ທັນສະໄໝ, ສວຍງາມ ແລະມີທັງໝົດ 7 ຊັນ, ມີ 90 ກວ່າຫ້ອງ ມູນຄ່າກໍ່ສ້າງ 34 ຕື້ກີບ, ສ່ວນພັດຕະຄານ ເປັນອາຄານຊັ້ນດຽວ ອອກແບບປະສົມປະສານເຊັ່ນດຽວກັນ ມີໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ໂຄງຫຼັງຄາ ແລະ ເສົາເປັນເຫຼັກຫຼໍ່ ທີ່ມຸງດ້ວຍຊີແພັກ, ການຕົບແຕ່ງພາຍໃນມີເຟີນີເຈີ ແລະ ແສງສີສຽງຄົບຊຸດ ເຊີ່ງເປັນຫ້ອງໂຖງໃຫຍ່ສາມາດຈັດງານປະຊຸມໃຫຍ່, ງານລ້ຽງ ແລະ ສາມາດບັນຈຸແຂກໄດ້ເຖີງ 2 ພັນກວ່າຄົນ ມີມູນຄ່າການກໍ່ສ້າງ 21 ຕື້ກີບ.
ນອກຈາກນີ້ ຍັງມີການປະດັບປະດາຂອບເຂດອາຄານເປັນຕົ້ນ: ເດີ່ນຈອດລົດ, ສວນດອກໄມ້, ສວນນ້ຳພຸ ແລະ ຮົ້ວອ້ອມພັດຕະຄານ ທີ່ຈະຕ້ອງໃຫ້ມີຄວາມສວຍງາມ ແລະ ເປັນເອກະລັກໜື່ງດຽວໃນແຂວງສາລະວັນ, ເປັນໂສມໜ້າໃໝ່ໃນການບໍລິການໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
Editor:ດາວໄຊ ສີວິໄລ