ທ່ານນາງ ໄມພອນ ເພັງພະຈັນ, ເຈົ້າໂຮງງານປຸງແຕ່ງໄມ້ ຊັບທະວີ ເປີດເຜີຍຕໍ່ທິມຂ່າວເມືອງລາວວັນນີ້ ວ່າ: ສຳລັບ, ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 2 ທີ່ສະມາຄົມເຟີນິເຈີຈັດຂື້ນ ແມ່ນເປັນຄັ້ງທຳອິດ ທີ່ທາງໂຮງງານພວກເຮົາໄດ້ນຳສິນຄ້າເຂົ້າຮ່ວມວາງສະແດງ ເພາະຄິດວ່າຈະເປັນເວທີຫນຶ່ງ ທີ່ເຮັດໃຫ້ຜູ້ຊົມໃຊ້ຮູ້ຈັກສິນຄ້າຂອງຄົນລາວຫລາຍຂື້ນກວ່າເກົ່າ ແລະ ຍັງເປັນເວທີແລກປ່ຽນທາງດ້ານຄວາມຄິດການອອກແບບລະຫວ່າງໂຮງງານ ແລະ ຜູ້ຊົມໃຊ້ ໃຫ້ມີການພັດທະນາສິນຄ້າຮູບແບບໃຫມ່ຂື້ນເລື່ອໆ.
ຕະຫຼາດຜະລິດຕະພັນໄມ້ລາວ ຍັງຄົງສືບຕໍ່ຂະຫຍາຍຕົວໄປເລື້ອຍໆ ເນື່ອງລັດຖະບານໄດ້ມີການສັ່ງໂຈະການສົ່ງໄມ້ທ່ອນ ອອກໄປຍັງຕະຫຼາດຕ່າງປະເທດ ນັບວ່າເປັນໂອກາດອັນດີ ໃຫ້ແກ່ບັນດາທຸລະກິດປຸງແຕ່ງໄມ້ໃນລາວໃຊ້ໂອກາດນີ້ ແລະ ຈະມີວັດຖຸດິບປ້ອນໂຮງງານຫຼາຍຂຶ້ນ ເພື່ອປຸງແຕ່ງເປັນຜະລິດຕະພັນແລ້ວສົ່ງອອກຂາຍໄປຍັງຕະຫຼາດ ທີ່ມີຄວາມຕ້ອງການສູງທັງພາຍໃນ ແລະ ຕ່າງປະເທດ.
ສຳລັບ ໂຮງງານປຸງແຕ່ງໄມ້ ຊັບທະວີ ຈຳກັດຜູ້ດຽວ ແມ່ນຕັ້ງຢູ່ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ພາຍຫຼັງທີ່ໄດ້ດຳເນີນການຜະລິດມາໄດ້ 10 ກວ່າປີ ແລະ ເປີດຮ້ານຂາຍສິນຄ້າຂອງໂຮງງານ ທີ່ນະຄອນຫຼວງວຽງຈັນ ໃນເວລາ 7-8 ເດືອນມານີ້ ກໍເຫັນລູກຄ້າທັງພາຍໃນ ແລະຕ່າງປະເທດ ໃຫ້ຄວາມສົນໃຈ ແລະ ມີກຳລັງຊື້ນັບມືນັບຫຼາຍຂຶ້ນ ເນື່ອງຈາກທາງໂຮງງານໄດ້ຜະລິດສິນຄ້າຫຼາຍປະເພດໃຫ້ລູກຄ້າໄດ້ເລືອກຊື້ ເປັນຕົ້ນ: ປະຕູ, ປ່ອງຢ້ຽມ, ໄມ້ປູພື້ນ, ວົງກົບ, ໄມ້ບົວ, ໄມ້ປະເກ້, ໄມ້ປະສານຕໍ່ແຜ່ນ, ຕຽງນອນ, ໂຕະຮັບແຂກ, ໂຕະກິນເຂົ້າ ແລະ ຕູ້ກັບເຂົ້າ.
ພິເສດທາງຮ້ານ ຍັງມີສິນຄ້າຈາກຕ່າງປະເທດ ນຳເຂົ້າໂດຍກົງເປັນຕົ້ນແມ່ນ ໂຊຟາ, ຕຽງນອນ, ໂຕະກິນເຂົ້າ ແລະ ແກ້ວນິລະໄພ ໂດຍສິນຄ້າທັງໝົດລູກຄ້າແມ່ນສາມາດສັ່ງໄດ້ຕາມແບບທີ່ມັກ ແລະ ສາມາດໃຫ້ຄຳປຶກສາ ຊຶ່ງໂຮງງານແມ່ນມີພະນັກງານໄວ້ຄອຍບໍລິການລູກຄ້າທັງໝົດ 80 ຄົນ ສະເພາະໂຮງງານມີ 35 ຄົນ.
ມີສຽງສຳພາດທ່ານນາງ ໄມພອນ ເພັງພະຈັນ, ເຈົ້າຂອງໂຮງງານປຸງແຕ່ງໄມ້ ຊັບທະວີ ມາໃຫ້ຮັບຟັງ
Editor:ຕະວັນ ແສງສະຫວັນ