ປັດຈຸບັນການລົງທຶນໃນ ສປປ ລາວ, ສປ ຈີນ ຍັງຈັດໃຫ້ເປັນອັນດັບທີ 1 ຂອງນັກລົງທຶນຕ່າງປະເທດທີ່ມາລົງທຶນຢູ່ລາວ ລວມມີ 766 ໂຄງການ ດ້ວຍມູນຄ່າການລົງທຶນ 7 ຕື້ກວ່າ ໂດລາສະຫະລັດ
ກອງປະຊຸມພົບປະແລກປ່ຽນ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ - ສປ ຈີນ ມີຂຶ້ນໃນຕົ້ນເດືອນກໍລະກົດ 2017 ທີ່ຜ່ານມານີ້ທີ່ນະຄອນຫລວງວຽງຈັນ, ເຊິ່ງກອງປະຊຸມສອງຝ່າຍຄັ້ງນີ້, ໄດ້ລາຍງານໃຫ້ຮູ້ວ່າ ປັດຈຸບັນ ສປ ຈີນ ຍັງຈັດເປັນຄູ່ຮ່ວມການຄ້າໃຫຍ່ອັນດັບ 2 ຂອງ ສປປ ລາວ ແລະ ຈັດຢູ່ໃຫ້ເປັນອັນດັບທີ 1 ນັກລົງທຶນຕ່າງປະເທດທີ່ມາລົງທຶນຢູ່ລາວ, ການທ່ອງທ່ຽວຂອງສອງປະເທດ ລາວ-ຈີນ ໄດ້ມີການຂະຫຍາຍຕົວດີສົມຄວນ, ສຳລັບປີ 2016 ທີ່ຜ່ານມານັກທ່ອງທ່ຽວ ຈາກ ສປຈີນ ເດີນທາງມາທ່ຽວລາວຫຼາຍ ເຖິງ 5 ແສນກວ່າຄົນ, ຈັດຢູ່ອັນດັບທີ 3 ຂອງນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ.
ນອກນັ້ນການຊ່ວຍເຫຼືຂອງ ສປ ຈີນ, ໃຫ້ແກ່ ສປປ ລາວ ມີຈໍານວນເພີ່ມຂຶ້ນໃນແຕ່ລະປີໃນຫຼາຍຂະແໜງ ເຊັ່ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຊ່ວຍທຶນຝຶກອົບຮົມພະນັກງານ ແລະ ກໍ່ສ້າງຊັບພະຍາກອນມະນຸດ ລວມທັງຂະແຫນງການອື່ນໆ ອັນພົ້ນເດັ່ນໃນປີ 2017 ຈີນໄດ້ປະກາດໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ຂຳນວນ 1,2 ຕື້ຢວນ ຫລື ປະມານ 1 ພັນ 467 ຕື້ກີບ ເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງເສັ້ນທາງໂຮງໝໍ, ໂຮງຮຽນ ແລະ ອື່ນໆ ລວມທັງການສະໜອງເງິນກູ້ຢືມພິເສດເພື່ອຈັດຕັ້ງປະຕິບັດໂຄງການທາງລົດໄຟ ລາວ-ຈີນ.
ປະຈຸບັນ ມີຫຼາຍໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ໄດ້ກໍ່ສ້າງສໍາເລັດແລ້ວ ແລະ ໄດ້ນຳໃຊ້ຢ່າງມີປະສິດທິຜົນເຊັ່ນ: ໂຄງການສຳນັກງານຫ້ອງວ່າການສູນກາງພັກ, ໂຄງການດາວທຽມດວງທຳອິດຂອງລາວ, ພ້ອມນັ້ນກໍ່ມີໂຄງການ ຈຳນວນໜຶ່ງທີ່ພວມຈັດຕັ້ງປະຕິບັດເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການປັບປຸງໂຮງໝໍມະໂຫສົດ, ໂຄງການສ້າງໂຮງຮຽນ ແລະ ອື່ນໆ ການຊ່ວຍເຫຼືອເຫຼົ່ານີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ