ກະສິກຳປ່າໄມ້ເປັນອີກຂະແໜງການບູລິມະສິດ ຂອງພັກ-ລັດຖະບານ ທີ່ຍາມໃດກໍ່ໄດ້ເອົາໃຈໃສຊີ້ນຳ-ນຳພາ, ພ້ອມທັງວາງນະໂຍບາຍເພືອອຳນວຍຄວາມສະດອກສົ່ງເສີມຂະແໜງການດັ່ງກ່າວ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນືອງ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ເຂັ້ມແຂງ. ຈາກຄວາມສຳຄັນຂອງຂະ ແໜງດັ່ງກ່າວ ເຮັດໃຫ້ບັນດາ ແຂວງກໍ່ຄືນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສສົ່ງເສີມດ້ານເຕັກນິກວິຊາການເຂົ້າໃນການປູກເຂົ້າ-ລ້ຽງສັດ ເຮັດໃຫ້ຜົນຜະລິດທິໄດ້ຮັບທັງປະລິມານ ແລະ ຄຸນນະພາບ ເຊິ່ງເຫັນໃດຈາກຕົວເລກການຜະລິດແຕ່ລະລະດູການຢູ່ໃນລະດັບດີ ສາມາດຄໍ້າປະກັນທາງດ້ານສະບຽງອາຫານ.
ອີງຕາມບົບສະຫຼຸບແຜນພັດຖະສາເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ2017 ຂອງ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງວຽກງານກະສິກຳ-ປ່າໄມ່ ໃນໄລຍະ 6 ເດືອນ ຕົ້ນປີ 2017 ທີ່ຜ່ານມາສາມາດປະຕິບັດຕົວຈິງເຊັນ: ການປັກດຳນາແຊງ ໄດ້ 15 ພັນກວ່າເຮັກຕາ ຄາດຄະເນຜົນຜະລິດ ປະມານ 76 ພັນໂຕນ, ບັນລຸພຽງແຕ່ 86,5 ສ່ວນຮ້ອຍ, ຂອງແຜນການ ເຊິ່ງສາເຫດຫຼັກແມ່ນໄລຍະຕົກກ້າ ແລະ ປັກດຳ ການສະໜອງນໍ້າບໍ່ພຽງພໍ, ສ່ວນວ່າການປູກພືດຜັກ ໄດ້ 71 ພັນ 682 ໂຕນ, ເທົ່າກັບ65,09 ສ່ວນຮ້ອຍ ຂອງແຜນການຜະລິດ ປະຈຳປີ (110,125ໂຕນ)ແລະ ສາມາດຜະລິດໜາກໄມ້ໄດ້ 13,339 ໂຕນ, ທຽບໃສ່ແຜນການຜະລິດໜົດປີ 24,576ໂຕນ ປະຕິບັດໄດ້ 54,27 ສ່ວນຮ້ອຍ ຄາດຄະເນໜົດປີ ຈະບັນລຸຕາມແຜນ ທີ່ວາງໄວ້. ສຳລັບພືດອຸດສາຫະກຳ ສາມາດຜະລິດ ໄດ້ 15,103ໂຕນ ເທົ່າ10,52 ສ່ວນຮ້ອຍ ຂອງແຜນການ ປະຈຳປີ (143,516ໂຕນ) ສ່ວນການຕອບສະໜອງທາດຊີ້ນ ແລະ ປາໃຫ້ນະຄອນຫຼວງວຽງຈັນ ສາມາດສະໜອງໄດ້24,540 ໂຕນ, ທ່ຽບໃສ່ແຜນການປະຈຳປີ 35.000 ໂຕນ ປະຕິບັດໄດ້70,11 ສ່ວຍນຮ້ອຍ. ສຳຫຼັບໂຄງການຜະລິດເປັນສິນຄ້ານັ້ນມີຫຼາຍໂຄ່ງການທີພົນເດັນ ເປັນຕົ້ນແມ່ນ: ໂຄງການຜະລິດຫົວອາຫານສັດ, ໂຄງການຊຸກຍູ້ປູກໜາກພ້າວຫອມ ເປັນສິນຄ້າແມ່ນໄດ້ຊຸກຍູ້ໃຫັ ປະຊາຊົນ ທີ່ມີເງື່ອນໄຂນຳໄປປູກ. ນອນນັ້ນ, ການລ້ຽງງົວພັນ ກໍ່ເປັນໂຄງການທີພົ້ນເດັ່ນສາມາດປູກຫຍ້າເນເປຍກີນີ ແລະ ລູຊີ ໄດ້ 782 ເຮັກຕາ, ທຽບໃສແຜນການທີ່ວາງໄວ້ 600 ເຮັກຕາ ສາມາດປະຕິບັດໄດ້ລື່ນແຜນການ 182,96 ເຮັກຕາ (ປູກຢູ່ເມືອງນາຊາຍທອງ 298 ເຮັກຕາ, ໄຊທານີ 49,8 ເຮັກຕາ, ຫາດຊາຍຟອງ 16.4 ເຮັກຕາ, ສັງທອງ 185,02 ເຮັກຕາ ແລະ ເມື່ອງປາກງື່ມ 233,74 ເຮັກຕາ) ໃນນັ້ນ, ຂະແໜ່ງວິຊາການພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ປູກໄວ້ເປັນແນວພັນ ຈຳນວນ 6,47 ເຮັກຕາ.
ສ່ວນໂຄງການລ້ຽງງົວພັນ ບັນລຸໄດ້ໃນເນື້ອທີ່ 200 ເຮັກຕາ ມີ 190 ຟາມ, ແລະ ມີງົວພໍ່ແມ່ພັນ ຈຳນວນ 9,500 ໂຕ, ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ພາຍໃນບ້ານໜອງຍາວ, ຫູມແບ່ງ, ນາດີ, ຫ້ວຍນໍ້າເຢັນ, ບານເປີກ, ເມືອງນາຊາຍທອງ, ບ້ານທົ່ງມັ່ງ, ນາກຸງ, ຫາດກ້ຽງ, ໂນນບໍ່ແກ້ວ, ນາໂງມ, ນາຕານ ເມື່ອງໄຊທານີ, ບ້ານນາຕານ, ບ້ານໃຫ່ຍນາຈະເລີຍ, ໜອງບົວ, ເຕົາໄຫ, ຫີນສິ່ວ, ເມື່ອງສັງທອງ ແລະ ບ້ານດອນໄຮ່, ບ້ານເວີນເບົາ, ຫ້ວຍຍຸນ, ໜາກນາວ ໜອງພູວຽງ, ແລະ ບ້ານຖິ່ນທ່ຽງ ເມື່ອງປາກງື່ມ. ສຳລັບວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ ແມ່ນສູ້ຊົນຜະລິດເຂົ້ານາປີ ໃຫ້ໄດ້ 54.500 ເຮັກຕາ, ຜົນຜະລິດໃຫ້ບັນລຸໄດ້ 243,987 ໂຕນ ໂດຍເອົາໃຈໃສ່ບາງມາດຕະຖານຄື: ສ້າງກຸ່ມຜະລິດ ເຝິກອົບຮົມໃຫ້ຊາວກະສິກອນທັດສະນະສືກສາ ທັງພາຍໃນ ແລະ ຕ່າງປະເທດ ປັບປຸງສູນບໍລິການເຕັກນິກແລະ ສະຖານີຜະລິກກະສິກຳ ອອກລະບຽບການ ແລະ ແຈ້ງການຕ່າງໆກ່ຽວກັບການຊຸກຍູ້ການຜະລິດລະດູແລ້ງ ແລະ ລະດູຝົນ ແລະ ພັດທະນາທີດິນກະສິກຳ ໂດຍນຳຊື້ກົນຈັກ ແລະ ຫັນເປັນຊົນລະກະເສດ ສູ້ຊົນປູກພືດຜັກ ໃຫ້ໄດ້ 39.000 ໂຕນ, ຜົນຜະລິດພືດພັນໜົດປີໃຫ້ບັນລຸໄດ້ ປະມານ 100,50 ສ່ວຍນຮ້ອຍ, ຂອງແຜນການປີ (110.125 ໂຕນ) ສູ້ຊົນປົດປ່ອຍແຮງງານຊາວນາໃນການດຳນາ ແລະ ກ່ຽວເຂົ້າດ້ວຍມືໃຫ້ໄດ້ 10 ສ່ວນຮ້ອຍຕໍ່ປີຫຼຸດຜ່ອນແຮງງານໃຫ້ໄດ້ຕາມແຜນ 2,761 ຄົນ, ໂດຍນຳໃຊ້ກົນຈັກເຂົ້າຊ່ວຍໃນການປັກດຳ ແລະ ກ່ຽວໃຫ້ໄດ້ໃນເນື້ອທີ່ 27,610 ເຮັກຕາ ປະເມີນລະບົບຊົນລະປະທານ ທີມີແລ້ວສ້ອມແປງ ແລະ ຟື້ນຟູ ເພື່ອຂະຫຍາຍລະບົບຊົນລະປະທານ ໃຫ້ມີຄວາມພ້ອມ ເພື່ອສຸມໃສການພະລິດສະບຽງອາຫານ ໃນຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ 5 ຕົວເມືອງນອກ ສືບຕໍ່ຍົກລະດັບການຜະລິດການເຝົ້າລະວັງ ແລະ ຄວບຄຸມພະຍາດສັດ ການປ້ອງກັນສັດຕູພືດ ແລະ ການປ້ອງກັນຄວາມສ່ຽງຕ່າງໆ ສືບຕໍ່ຮ່ວມມືກັບນະຄອນໂຮ່ຈີມິນ ສສ ຫວຽດນາມ ປະຕິບັດໂຄງການລ້ຽງງົວຊີ້ນໃຫ້ປາກົດຜົນເປັນຈິງ ສືບຕໍາລົງຊຸກຍູ້ສົ່ງເສີມການຜະລິດສິນຄ້າຄອບຄົວຕົວແບບການຜະລິດສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ ສູ້ຊົນປະຕິບັດໂຄງການຮຽກການລົງທືນການຜະລິດເປັນສິນຄ້າ ແລະ ບໍລິການປາຍແຫຼມໃໜ່ຕາມທິດຍືນຍົງຂອງນະຄອນຫຼວງວຽງຈັນ ເປັນຕົ້ນ ໂຄງການຜະລິດຊີ້ນງົວຍີ່ຫໍ້ວຽງຈັນ ຫຼື ຊີ້ນງົວວຽງຈັນໂຄງການຜະລິດເຂົ້າເປັນສິນຄ້າ, ໂຄງການຜະລິດຫົວອາຫານສັດ, ໂຄງການຜະລິດເຄື່ອງເຮືອນໃໜ່, ໂຄງການຊຸກຍູ້ການລ້ຽງປາພື້ນເມືອງ (ປານໍ້າຂອງ )ເປັນສິນຄ້າ, ໂຄງການຊຸກຍູ້ປູກ ໜາກພ້າວຫອມເປັນສິນຄ້າ.
Editor: ກຳປານາດ ລັດຖະເຮົ້າ