ສະມາຄົມເຟີນີເຈີລາວ ໄດ້ເປີດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 2 ປະຈຳປີ 2017 ຂື້ນທີ່ສູນການຄ້າ ລາວ-ໄອເຕັກ ເພື່ອສົ່ງເສີມຜູ້ປະກອບການລາວ ໃຫ້ສາມາດເຂົ້າເຖິງຕະຫລາດເປົ້າຫມາຍ ງານຄັ້ງນີ້ ມີສິນຄ້າເຂົ້າຮ່ວມ ມູນຄ່າ 50 ຕື້ກວ່າກີບ ແລະ ຜູ້ຈັດໄດ້ເຜີຍໃຫ້ຮູ້ວ່າ ຈະມີການຊື້-ຂາຍ ອອກມູນຄ່າ ຫລາຍກວ່າ 40 ຕື້ກີບ.
ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 2 ເປັນເວທີເຕົ້ມໂຮມພູມປັນຍາ, ເຕົ້າໂຮມປະສົບການ ຈາກຜູ້ປະກອບການຕາງປະເທດ ເພື່ອຫາລືແລກປ່ຽນນຳກັນ, ພ້ອມເປັນໂອກາດທີ່ດີ ໃຫ້ຜູ້ປະກອບການ ແລະ ລູກຄ້າໄດ້ຮູ້ຈັກ ແລະ ພັດທະນາສິນຄ້າ ໄປພ້ອມໆກັນ.
ງານວາງສະແດງ ເຄື່ອງເຮືອນ ຄັ້ງທີ 2 ຮ່ວມມາວາງສະແດງ ຫົວຫນ່ວຍເຟີນີເຈີ ຈຳນວນ 62 ຫົວຫນ່ວຍ, ຫ້ອງວາງສະແດງສິນຄ້າ 158 ຫ້ອງ, ໃນນັ້ນມາຈາກຕ່າງແຂວງ 15 ຫົວຫນ່ວຍ, ໃນ 9 ແຂວງ ມີຫ້ອງວ່າງສະແດງສິນຄ້າ ຈຳນວນ 20 ຫ້ອງ. ສະເພາະນະຄອນຫລວງວຽງຈັນ ມີຫ້ອງວາງສະແດງສິນຄ້າ ຈຳນວນ 138 ຫ້ອງ. ງານວາງສະແດງ ຄັ້ງນີ້ິ ຄາດຄະແນມູນຄ່າການຊື້-ຂາຍ ຫລາຍກວ່າ 40 ຕື້ກີບ ຂື້ນເມືອ, ນອກຈາກນີ້ ພາຍໃນງານ ຜູ້ເຂົ້າຮ່ວມຈະໄດ້ສຳຜັດກັບບັນຍາກາດການຕົບແຕ່ງເຮືອນ, ສິນຄ້າທີ່ມີຄວາມຫລາກຫລາຍ, ເຄື່ອງໄມ້, ເຟີນີເຈີໄມ້, ເຄື່ອງໃຊ້ໄຟຟ້າ, ເຟີນີເຈີຕົບແຕ່ງ, ເຄື່ອງປະດັບ, ແລະ ອື່ນໆ, ງານຄັ້ງນີ້ ເລີ່ມມາແຕ່ວັນທີ 8 ກໍລະກົດ ແລະ ດຳເນີນໄປຈົນເຖິງ 16 ກໍລະກົດ 2017 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ