ວັນທີ 8 ກໍລະກົດ 2017 ຄະນະອົງການພຸດທະສາສະໜາສຳພັນລາວປະຈຳເມືອງຄຳ ໄດ້ຈັດພິທີເຕົ້າໂຮມປຶກສາຫາລື ຕົ້ນເດືອນເຂົ້າພັນສາ ຂື້ນທີ່ວັດສັນຕິພາບ. ບ້ານຈອມທອງ ເມືອງຄຳ. ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ພຣະອາຈານ ສີທາ ກັນຕະສີໂລ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳເມືອງຄຳ, ມີຄະນະພະສົງ, ຄູບາ, ຈົວໃນທົ່ວເມືອງ ພ້ອມດ້ວຍອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທັງນີ້ ກໍ່ເພື່ອເປັນການເຕົ້າໂຮມຄວາມສາມັກຄີແລກປ່ຽນບົດຮຽນ ລະຫວ່າງ ພຣະສົງສຳມະເນນ ໃນການປະຕິບັດກົດລະບຽບ ໃຫ້ຖືກຕ້ອງຕາມຫຼັກສູດຂອງພຸດທະສາສະໜາ. ຫຼັງຈາກນັ້ນ, ພຣະອາຈານ ສີທາ ກັນຕະສີໂລ ປະທານອົງການພຸດທະສາສະ ໜາສຳພັນລາວ ປະຈຳເມືອງຄຳ ກໍ່ໄດ້ຂື້ນໂອ້ລົມແນະນຳ ກ່ອນອື່ນໝົດພຣະອາຈານ ກໍ່ໄດ້ເນັ້ນໜັກໃຫ້ພະສົງສຳມະເນນ ຈົ່ງພ້ອມກັນເອົາໃຈໃສ່ໃນການຈຳພັນສາ, ການປະຊຸມອຸໂບສົດ ປະຈຳເດືອນ, ການແຖະຜົມ ແລະ ການເກັບເງິນ ມູລະນີທີສົງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຂື້ນເປັນກ້າວໆ. ເຂົ້າພັນສາ, ເປັນວັນສໍາຄັນໃນທາງພຣະພຸດທະສາສະໜາວັນໜື່ງ ປີໜື່ງຈັດຂຶ້ນເທື່ອໜື່ງ ແລະ ມີກໍານນົດ 3 ເດືອນ ຫຼື ໜື່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣືຫັດ ອຸປາສົກ-ອຸປາສິກາ ເຍົາວະຊົນ ມີຜູ້ມີຈິດສັດທາໄດ້ບໍາເພັນສິນທານ, ພາວະນາ ແລະ ຖວາຍທານໃຫ້ບໍລິສຸດເຕັມໄຕຣມາດ 3 ເດືອນ, ເພື່ອປະໂຫຍດຕົນ, ປະໂຫຍດຜູ້ອື່ນ ແລະ ເພື່ອເພີ່ມພູນບຸນກຸສົນ ຈະຣິຍະສໍາມາປະຕິບັດໃຫ້ເຕັມປ່ຽມ ກໍານົດໄລຍະເວລາ 3 ເດືອນ, ຕາມທີ່ພຣະທໍາວິໄນບັນຍັດໄວ້ ໂດຍບໍ່ໄດ້ຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ວັນແຮມ 1 ຄໍ່າ ເດືອນ 8 ຂອງທຸກປີ ເຖິງວັນຂື້ນ 15 ຄໍ່າ ເດືອນ 11
Editor: ກຳປານາດ ລັດຖະເຮົ້າ