ໂດຍປະຕິບັດດໍາລັດຂອງນາຍົກລັດຖະມົນຕີ, ເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ວ່າດ້ວຍການປະມູນຈັດຊື້ສິນຄ້າ, ການສ້ອມແປງ ແລະ ການບໍລິການດ້ວຍທືນຂອງລັດ (ສະບັບປັບປຸງ). ສະນັ້ນ. ຄະນະກໍາມະການຊີ້ນໍາການປະມູນຈັດຊື້-ຈັດຈ້າງຂັ້ນແຂວງ ແລະ ຂັ້ນເມືອງ ຈິ່ງໄດ້ຈັດກອງປະຊຸມເປີດຊອງປະມູນໂຄງການກໍ່ສ້າງເສັ້ນທາງດິນແດງ ແລະ ກໍ່ສ້າງຊົນລະປະທານ ຂື້ນວັນທີ 7 ກໍລະກົດ ຜ່ານມານີ້ ຢູ່ທີ່ສະໂມສອນເມືອງ ທ່າແຕງ ແຂວງ ເຊກອງ.ໂດຍເປັນກຽດເຂົ້າຮ່ວມຂອງທ່ານສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ມີຄະນະກໍາມະການປະມູນຈັດຊື້ - ຈັດຈ້າງທັງສອງຝ່າຍ ພ້ອມດ້ວຍບໍລິສັດເຂົ້າຮ່ວມ.
ທ່ານ ຄໍາເຜີຍ ຕະນະວົງ ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ທ່າແຕງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆ ທ່າແຕງ,ສະບັບເລກທີ 295/ຈມ,ລົງວັນທີ 15 ມິຖຸນາ 2017 ວ່າດ້ວຍແຕ່ງຕັ້ງຄະນະກໍາມະການປະມູນຈັດຊື້-ຈັດຈ້າງ ໂຄງການກໍ່ສ້າງເສັ້ນທາງດິນແດງເຂົ້າບ້ານ ປາຍ ຫາ ບ້ານ ໂທນນອຍ,ເສັ້ນທາງເຂົ້າບ້ານ ຈະກໍາລິດ ຫາ ບ້ານວາງ,ເສັ້ນທາງເຂົ້າບ້ານ ກະປື ຫາ ບ້ານໜອງນົກ, ກໍ່ສ້າງຊົນລະປະທານ ຫ້ວຍຕະປູດ ບ້ານ ກາເຟ,ຊົນລະປະທານອ່າງເກັບນໍ້າຕ໋ອກລ໋ອກ ບ້ານກັນດອນ ແລະ ກໍ່ສ້າງຊົນລະປະທານ ຫ້ວຍນໍ້າມ່ວງ ບ້ານຫົວເຊໂດນ, ອີງຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 520, ລົງວັນທີ 4 ເມສາ 2017 ວ່າດ້ວຍອະນຸມັດເງິນແຮ ຈໍານວນໜຶ່ງ ແກ້ໄຂ ແລະ ຟື້ນຟູເຫດການໄພພິບັດຈາກລົມພະຍຸ ດີເປຣເຊິນພັດທີ່ຜ່ານແຂວງເຊກອງ ແລະ ລະບຽບຂອງກະຊວງການເງິນ, ສະບັບເລກທີ 0063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບປັບປຸງ, ເລກທີ 0861/ກງ, ລົງວັນທີ 5 ພຶດສະພາ 2009 ເພື່ອເຮັດໃຫ້ການລົງທືນຂອງລັດຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ,ມີຄວາມໂປ່ງໃສ, ຍຸຕິທໍາ. ດັ່ງນັ້ນ, ຈິ່ງໄດ້ເປີດກອງປະຊຸມເປີດຊອງປະມູນ, ປະເມີນຜົນການປະມູນ ບໍ່ໃຫ້ຫຼຸດກວ່າ ແລະ ຫຼື່ນກວ່າ 10 ສ່ວນຮ້ອຍ ຂອງມູນຄ່າໃນເບື້ອງຕົ້ນ, ຮັບຮອງເອົາຜູ້ຊະນະການປະມູນ, ສະເໜີຂໍອະນຸມັດການເຊັນສັນຍາ, ຮ່າງເອກະສານຕ່າງໆ ກ່ຽວກັບ ການເຮັດສັນຍາໂຄງການ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ໂດຍມີ 5 ບໍລິສັດເຂົ້າຮ່ວມຄື: ບໍລິສັດ ແກ້ວທະວີຊັບ, ບໍລິສັດ ຄູນມີໄຊ, ບໍລິສັດ ຄູນມີໂຊກ, ບໍລິສັດ ອານັນໄຊ ແລະ ບໍລິສັດ ໄຊຈະເລີນຊັບ. ຊຶ່ງລາຍລະອຽດຂອງຜູ້ຊະນະການສະເໜີປະມູນລາໃນຄັ້ງນີ້ ແມ່ນຈະໄດ້ລາຍງານຕາມພາຍຫຼັງ.
ໂອກາດນີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ມີຄຳເຫັນ ຕໍ່ ກອງປະຊຸມເປີດຊອງປະມູນດ້ານລາຄາ, ການຕີລາຄາການປະມູນ ແລະ ການຕັດສິນເອົາຜູ້ຊະນະການປະມູນໃນຄັ້ງນີ້ ໂດຍສອດຄ່ອງກັບກົດໝາຍການລົງທືນຂອງລັດວາງອອກຢ່າງເຂັ້ມງວດ. ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຄະນະກໍາມະການປະມູນ ຈັດຊື້-ຈັດຈ້າງ ທຸກພາກສ່ວນເປັນເຈົ້າການປະສານສົມທົບກັບຂະແໜ່ງການກ່ຽວຂ້ອງຢ່າງໜັກແໜ້ນ, ກວດກາ, ຕິດຕາມ, ວາງແຜນພ້ອມສ່ອງແສງລາຍງານ ໃຫ້ຂັ້ນເທິງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ການກໍ່ສ້າງເສັ້ນທາງດິນແດງ ແລະ ກໍ່ສ້າງຊົນລະປະທານດັ່ງກ່າວ ໃຫ້ສຳເລັດທວ່ງທັນຕາມເວລາທີ່ກຳນົດໄວ້.
Editor: ກຳປານາດ ລັດຖະເຮົ້າ