ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ບ້ານປາກຊາບ ເປັນອີກຫນື່ງຄະນະ ທີ່ສົ່ງເສີມການຮຽນຮູ້ສຳຄັນ ດ້ານກະເສດ, ດ້ານກະສິກຳ ຂະແຫນງການຕ່າງໆ, ໂດຍສະເພາະ ການປູກຝັງ, ການລ້ຽງສັດ, ເຕັກນິດການປູກ, ການປ້ອງກັນ ພືດ ແລະ ສັດ ຢ່າງຖືກວິທີ. ຕະຫລອດໄລຍະຜ່ານມາ ຄະນະ ໄດ້ສົ່ງເສີມຢ່າງເຕັມທີ່ໃນຄວາມອາດສາມາດ ແລະ ການຮຽນຮູ້ຂອງນັກສຶກສາ ນອກຈາກຮຽນໃນດ້ານທິດສະດີ ການປະຕິບັດຕົວຈີງຄຽງຄູ່ກັນໄປ. ແລະ ເມື່ອບໍ່ດົນມານີ້ ທີມງານຂ່າວ ໄດ້ມີໂອກາດລົງຢ້ຽມຢາມ ແລະ ພົບປະກັບຄະນະ ບໍດີ ຄະນະກະເສດສາດ ແລະ ຄູອາຈານ ພາກວິຊາຕ່າງໆ ພ້ອມທັງລົງໄປເບີ່ງຕົວຈີງ ກ່ຽວກັບການປູກພືດອິນຊີ ຂອງນັກສືກສາ ພາຍໃນຄະນະກະເສດສາດ. ໃນນັ້ນ ໄດ້ລົງໄປເບີ່ງກຸ່ມປູກພຶດ ແລະ ລ້ຽງປາ ຂອງ ນັກສຶກສາປີ ຫນຶ່ງ ຂອງທ້າວ ຈັນສະຫມອນ ຄຳພິລາວົງ ນັກສຶກສາປີ 1 ສາຂາວິຊາການປະມົງ ແຕ່ມັກໃນການກະເສດແບບປະສົມປະສານ ຄື ມັກຮຽນຮູ້ໃນການປູກພືດເສດຖະກິດຕ່າງໆ ນອກຈາກການລ້ຽງປາ, ລ້ຽງກົບ.
ຈາກໃຈມັກ ທີ່ຊຶມຊັບເຂົ້າໃນສາຍເລືອດນັກກະສີກຳ ຂອງ ທ້າວ ຈັນສະຫມອນ ຄຳພິລາວົງ ໃນການຮຽນຮູ້ວິຊາຕ່າງໆ ໃນການລ້ຽງ-ການປູກ ລາວຈິ່ງຕັດສິນໃຈ ຕັ້ງກຸ່ມຜະລິດຂື້ນມາ ໂດຍຄັດເລືອກເອົານັກສືກສາດ້ວຍກັນ ຜູ້ທີ່ມີໃຈມັກແທ້ໆ ໃນການປູກພືດກະສິກຳ ເພື່ອດຳເນີນການຜະລິດ ແລະ ທົດລອງການປູກ ໃຫ້ໄດ້ຜົນຜະລິດທີດີ ໂດຍໄດ້ຮັບການສະຫນັບສະຫນູນ ຢ່າງເຕັມທີ່ຂອງຄູອາຈານ ກໍ່ຄືຄະນະກະເສດສາດ.
ທ້າວ ຈັນສະຫມອນ ຄຳພິລາວົງ ນັກສຶກສາປີຫນຶ່ງ ໃນນາມຫົວຫນ້າກຸ່ມປູກພຶດອິນຊີ ໄດ້ໃຫ້ຂໍ້ມູນກ່ຽວກັບການປູກ ວ່າ ບັນດາໂຄງການທີ່ພວມດຳເນີນຢູ່ ທັງໝົດ 5 ໂຄງການ ຄື:
- ການລ້ຽງປາ, ລ້ຽງກົບ ໃນຮູບແບບຕົ້ນທຶນຕ່ຳ ຫລື ປະຍັດຕົ້ນທຶນ.
- ການປູກຫນາກຮຸ່ງ
- ການປູກສາລີ ເຂົ້າກຳ
- ການປູກກ້ວຍຫ້ອມທອງ
- ການທົດລອງປູກ ຫມາກສະຕໍເບີຣີ ສາຍພັນ ແປດສູນ ພະລາດຊະທານ ນຳມາຈາກໄທ. ເຊິ່ງກຳລັງໄດ້ຮັບຄວາມສົນໃຈ ແລະ ໄດ້ນຳມາທົດລອງປູກ ເຊີ່ງສາມາດປູກໄດ້ໃນເຂດຮ້ອນ ຫລື ອາກາດທົ່ວໄປໄດ້ ໃນໄລຍະຜ່ານມາ ແມ່ນໄດ້ທົດລອງປູກແລ້ວ ປະກົດວ່າ ໄດ້ຜົນ ແລະ ອອກຫມາກ ເຊີ່ງມີລົດຊາດ ຄືກັຍຫມາກສະຕໍເບີຣີ ທົ່ວໆໄປ. ແລະ ນີ້ ຖືເປັນແບບຢ່າງທີ່ດີ ແກ່ນັກສືກສາຄົນອື່ນໆ ທີ່ຕ້ອງເອົາເປັນແບບຢ່າງ.
Editor: ກຳປານາດ ລັດຖະເຮົ້າ