ໃນຕົ້ນ ກໍລະກົດ 2017 ຜ່ານມານີ້, ເຈົ້າຫນ້າທີ່ສະເພາະກິດ ນະຄອນຫລວງວຽງຈັນ ໄດ້ປະຕິບັດຄຳສັງ 15/ນຍ ລົງສູ່ນະຄອນຫລວງວຽງຈັນ ເຊິ່ງປະກອບມີ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ, ພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງສັງທອງ, ລວມທັງເຈົ້າຫນ້າທີ່ຕຳຫລວດ ແລະ ທະຫານ ໄດ້ເຄື່ອນໄຫວລົງສຳຫລວດກວດກາໂຮງງານປຸງແຕ່ງໄມ້ ທີ່ເມືອງສັງທອງ ຈຳນວນ 6 ໂຮງງານ ທີ່ຜິດກົດຫມາຍ. ໃນນັ້ນປະກອບມີ:, ເຟິນີເຈີ້ ທ້າວດົມ ( ທີ່ບ້ານສຳພັນງາ), ເຟິນີເຈີ້ ຈັນທີ ( ທີ່ບ້ານເພຍລາດ), ໂຮງງານທ້າວນົງ, ໂຮງງານທ້າວ ແກ້ວ ( ທີ່ບ້ານປາກແຖບ) ແລະ ໂຮງງານທ້າວລາມ (ຢູ່ທີ່ບ້ານຫີນສິ່ວ)
ຜ່ານການລົງກວດກາຕົວຈິງ ໄດ້ພົບເຫັນບາງໂຮງງານພວມກຳລັງຜະລິດຢູ່ ແລະ ບາງໂຮງງານບໍ່ພົບເຈົ້າຂອງ ແຕ່ພົບເຟີນີເຈີ້ ຈຳນວນຫນຶ່ງ. ເຊິ່ງທຳຫມົດລ້ວນແຕ່ທຳການຜະລິດ ທີ່ຜິດກົດຫມາຍ ແລະ ໄດ້ເຮັດບົດບັນທຶກກ້າວເຕືອນມາຫລາຍຄັ້ງແລ້ວ, ແຕ່ຍັງບໍ່ຢຸດເຊົາ, ສະນັ້ນ ທາງເຈົ້າຫນ້າທີ່ ຈິງໄດ້ທຳການຍຶດເຄື່ອງຈັກການຜະລິດ ແລະ ໄມ້ທີ່ຜິດກົດຫມາຍ ໄວ້ດຳເນີນຄະດີ. ໃນນັ້ນ ປະກອບມີ ໄມ້ທ່ອນ ແລະ ໄມ້ແປຮູບ ຫລາຍກວ່າ 2 ແມັດກ້ອນ, ເຄື່ອງຈັກ 29 ຫນ່ວຍ. ນອກຈາກນີ້ ທາງຄະນະຮັບຜິດຊອບ ຍັງໄດ້ສັ່ງໃຫ້ຕັດໄຟຟ້າ ໃນແຕ່ລະຢຮງງານ ແລະ ສັ່ງຢຸດຕີ ຢ່າງເດັດຂາດ, ກໍລະນີຫາກຍັງຝ່າຜືນຄັ້ງຕໍ່ໄປ ກໍ່ຈະຖືກດຳເນີນຄະດີ ແລະ ປະຕີບັດຕາມລະບຽບກົດຫມາຍ ຢ່າງເຂັ້ມງວດ ຕໍ່ເຈົ້າຂອງໂຮງງານ.
ການລົງກວດກາ ຂອງຄະນະຮັບຜິດຊອບ ໃນຄັ້ງນີ້, ແມ່ນເປັນການຜັນຂະຫຍາຍຄຳສັງ ເລກທີ 15/ ນຍ ລົງສູ່ນະຄອນຫລວງວຽງຈັນ ໂດຍສະເພາະເມືອງສັງທອງ ແມ່ນເປັນເມືອງທີ 4 ໃນການລົງກວດກາ ແລະ ຍັງຈະສຶບຕໍ່ໄປຍັງເມືອງອື່ນໆ ໃຫ້ສຳເລັດ ທັງ 9 ເມືອງ ເພື່ອຄຸ້ມຄອງບັນຫາໄມ້ ໃຫ້ເຂົ້າສູ່ລະບຽບຢ່າງເຂັ້ມງວດ ແລະ ເປັນຮູບປະທຳ ຫລາຍຂື້ນ.
Editor: ກຳປານາດ ລັດຖະເຮົ້າ