ພິທີເປີດນຳໃຊ້ ເສັ້ນທາງເລກທີ 16 W ໄດ້ຈັດຂື້ນໃນວັນທີ 7 ກໍລະກົດ 2017 ນີ້, ທີ່ເມືອງປາກເຊ, ແຂວງຈຳປາສັກ ໂດຍໄດ້ຮັບກຽດເຂົ້າຮ່ວມໃນພິທີ ມີ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຂົ້າຮ່ວມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງ, ທ່ານຮອງເຈົ້າແຂວງ, ຄະນະນຳຂັ້ນແຂວງ, ພະແນກການ ແລະ ອຳນາດການປົກຄອງໃນທ້ອງຖິ່ນ ລວມທັງຜູ້ຮັບຜິດຊອບໂຄງການເຂົ້າຮ່ວມ.
ໃນພິທີ ທ່ານ ອຸດອນ ແກ້ວດວງດີ ຜູ້ອຳນວຍການ ບໍລິສັດ ດວງດີ ກໍ່ສ້າງ-ຂົວທາງ ຈຳກັດ ຜູ້ສຳປະທານລົງທຶນ ໂຄງການດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຍົກລະດັບເສັ້ນທາງຫລວງແຫ່ງຊາດ ເລກທີ 16 W ນັບແຕ່ສົ້ນຂົວຂ້າມນ້ຳຂອງ ລາວ-ຍີ່ປຸ່ນ ເຊດບ້ານຄັນແຍງ ໄປຫາຊາຍແດນຊ່ອງມິກ-ວັງເຕົ່າ ແຂວງຈຳປາສັກ ເປັນໂຄງການລົງທຶນສຳປະທານແບບ ບີໂອທີ ມີຄວາມຍາວ 42,2 ກິໂລແມັດ, ເຊີ່ງໄດ້ມີການຍົກລະດັບ ແລະ ຂະຫຍາຍເສັ້ນທາງ ຈາກທາງປູຍາງ 2 ຊັ້ນ ທີ່ມີສອງຊ່ອງທາງໃນເມື່ອກ່ອນ ມາເປັນປູຢາງອັດສະຟານ-ຄອນກຣິດ 4 ຊ່ອງທາງຈາລະຈອນ, ມີຄວາມກວ້າງ ປະມານ 16-18 ແມັດ. ພ້ອມທັງກໍ່ສ້າງ ຂົວ 4 ແຫ່ງ ແລະ ຕໍ່ທໍ່ລອດທາງອີກ 149 ແຫ່ງ, ລວມມູນຄ່າການກໍ່ສ້າງ 52 ລ້ານໂດລ້າສະຫາລັດ.
ນອກຈາກນີ້ິ, ຜູ້ສຳປະທານ ຍັງໄດ້ກໍ່ສ້າງອາຄານຈູດເກັບເງີນແບບທັນສະໄຫມ ມາດຕະຖານສາກົນ ຈຳນວນ 2 ຈຸດ, ພ້ອມທັງກໍ່ສ້າງອາຄານຕີດຊັ່ງນ້ຳຫນັກ ເຮັດໃຫ້ທາງໄດ້ນຳໃຊ້ຍາວນານ. ໂຄງການດັ່ງກ່າວ ໄດ້ເລີ່ມກໍ່ສ້າງມາແຕ່ປີ 2012 ແລະ ສຳເລັດສົມບູນ ໃນທ້າຍເດືອນ ມີຖຸນາ 2016 ແລະ ໄດ້ທົດລອງເກັບຄ່າຜ່ານມາແຕ່ທ້າຍປີ 2016 ໂດຍໄດ້ຮັບຮອງອັດຕາຄ່າຜ່ານທາງ ຈາກລັດຖະບານ.
ທ່ານ ສົມສະຫນິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ກ່າວວ່າ: ການປັບປຸງຍົກລະດັບເສັ້ນທາງ ເລກທີ 16 W ເປັນທາງຍຸດທະສາດທີ່ສຳຄັນຂອງແຂວງຈຳປາສັກ ເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ເສດຖະກິດສັງຄົມ ຂອງແຂວງ ເພື່ອຮອງຮັບໃຫ້ແກ່ການຂະຫຍາຍຕົວຂອງການຄົມມະນາຄົມຂົນສົ່ງສິນຄ່າ-ໂດຍສານ ແລະ ການທ່ອງທ່ຽວ ຈາກບັນດາປະເທດໃກ້ຄຽງ ໃຫ້ມີຄວາມສະດວກສະບາຍໄວຂື້ນ, ທັງເປັນການປະກອບສ່ວນ ແກ່ການເຊື່ອມໂຍງແກ່ການເຊື່ອມໂຍງກັບປະເທດໃນພາກພື້ນອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ