ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ແຂວງຈຳປາສັກ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2017 ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະນຳຈາກສູນກາງ, ຄະນະພັກ-ຄະນະນຳແຂວງຈຳປາສັກ ກໍ່ໄດ້ເຂົ້າຮ່ວມບຸນເຂົ້າພັນສາປະວໍລະນາ ທີ່ວັດຫຼວງ ເມືອງປາກເຊ ແຂວງຈຳປາສັກ. ໃນພິທີ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພຸດທະສາສະນິກະຊົນ ຂຶ້ນໄຕ້ທຽນພັນສາ, ນຳພາສວດມົນໄຫວພຣະ, ຢາດນ້ຳ-ຮັບສິນຮັບພອນ, ຖວາຍສັງຂະທານ ແລະ ໃສ່ບາດແກ່ພຣະສົງພາຍໃນວັດ. ບຸນເຂົ້າພັນສາ ຫຼື ຮຽກອີກຊື່ໜຶ່ງວ່າ: ບຸນເຂົ້າວັດສາ ເຊິ່ງທັງສອງຊື່ນີ້ແມ່ນມີ ຄວາມໝາຍຄືກັນ ປະເພນີດັ່ງກ່າວນີ້ໄດ້ຮັບ ການສືບ ທອດມາແຕ່ສະໄໝພຸດທະການ ເຊິ່ງການເຂົ້າພັນສາ ຫຼື ເຂົ້າວັດສາ ນີ້ແມ່ນເປັນຄໍາຮ້ອງຂໍ ຂອງຊາວກະສິກອນໃນສະໄໝ ພຸດທະການທີ່ຕ້ອງການໃຫ້ພຣະສົງສາວົກຂອງ ພຣະສໍາມາສໍາພຸດ ທະເຈົ້າຢຸດທຽວສັນຈອນໄປມາໃນຊ່ວງລະດູຝົນເນື່ອງຈາກເປັນລະດູທໍາການຜະລິດຂອງຊາວກະສິກອນເຮັດໃຫ້ເຄື່ອງປູກ ແລະ ໄຮ່ນາຕາກ້າເກີດ ຄວາມເສຍຫາຍ. ເມື່ອພຣະສໍາມາສໍາພຸດທະເຈົ້າຊົງຮັບຮູ້ດັ່ງນັ້ນແລ້ວ ພຣະອົງຈິ່ງໄດ້ວາງ ຂໍ້ບັນຢັດອອກມາວ່າ: ຫ້າມບໍ່ໃຫ້ພຣະສົງສາວົກທຽວສັນຈອນໄປມາໃນຊ່ວງ ລະດູຝົນໂດຍການໃຫ້ພຣະສົງສາວົກຢູ່ ຈໍາພັນສາເພື່ອບໍາເພັນພຽນຈະເລີນເມດຕາພາວະນາຢູ່ຕາມອາວາດ ຫຼື ວັດວາຂອງໃຜລາວໃຫ້ຄົບໄຕຣມາດ ( 3 ເດືອນ ) ຄືນັບແຕ່ ມື້ຂຶ້ນ 15 ຄໍ່າ ເດືອນ 08 ຈົນເຖິງມື້ຂື້ນ 15 ຄໍ່າ ເດືອນ 11 ເພັງ ເຊິ່ງເປັນມື້ອອກພັນສາ ຫຼື ອອກວັດສາຖືເປັນ ອັນວ່າຄົບບໍລິບູນ. ໃນໄລຍະຊ່ວງຢູ່ຈໍາພັນສານີ້ແມ່ນຫ້າມພຣະສົງເຄື່ອນຍ້າຍສັນຈອນໄປມາ ຫຼື ພັກແຮມຄ້າງຄືນຢູ່ ວັດອື່ນໃນຍາມວິການເວັ້ນເສຍແຕ່ກໍລະນີຈໍາເປັນເຊັ່ນ : ການໄປຢ້ຽມພໍ່ແມ່ ຫຼື ບຸພະກາລີໃນເວລາເຈັບໄຂ້ເປັນຕົ້ນ . ແຕ່ບໍ່ໃຫ້ກາຍ 07 ວັນ ຖ້າຫາກພຣະສົງອົງໃດຢູ່ຈໍາພັນສາບໍ່ຄົບໄຕຣມາດ ຖືວ່າພຣະສົງອົງນັ້ນພັນສາຂາດ ຫຼື ເວົ້າອີກຢ່າງໜຶ່ງວ່າ: ພຣະສົງອົງນັ້ນຈະບໍ່ມີພັນສາເລີຍໃນປີນັ້ນ ນັບແຕ່ນັ້ນເປັນຕົ້ນມາປະເພນີບຸນເຂົ້າພັນສາ ຫຼື ບຸນເຂົ້າວັດ ສາກໍ່ໄດ້ຮັບການສືບທອດກັນມາຈົນເຖິງປະຈຸບັນ . ພ້ອມກັນນັ້ນ ກໍ່ ເປັນວັນອາສາຫະບູຊາ ຫຼື ເປັນວັນທີ່ອົງສໍາເດັດ ພຣະສໍາມາສໍາພຸດທະເຈົ້າໄດ້ຄົ້ນພົບຫົນທາງແຫ່ງການຕັດສະຮູ້ ກໍ່ຄືອະຣິຍະສັດ 4 ຫຼື ສັດຈະທໍາຄວາມຈິງ 4 ຢ່າງ ຄື : ທຸກຂະ, ນິໂຣດ , ສະມຸໄທ ແລະ ມັກ ພ້ອມນັ້ນພຣະອົງຍັງໄດ້ຊົງສະແດງປະຖົມມະເທດສະໜາ ຄັ້ງທໍາອິດເພື່ອໂພດແກ່ປັນຈະວັກຄີ ທັງ 5 ຄື : ໂກນທັນຍະ , ວັບປະ , ພັດທິຍະ , ມາຫານາມະ ແລະ ອັດສະສິ ໂດຍກັນເທດສະໜາ ມີຊື່ວ່າ : ທັມມະຈັກ ກັບປະວະຕະນະສູດ
ວັນເຂົ້າພັນສາ, ເປັນວັນສໍາຄັນໃນທາງພຣະພຸດທະສາສະໜາວັນໜື່ງ ປີໜື່ງຈັດຂຶ້ນເທື່ອໜື່ງ ແລະ ມີກໍານນົດ 3 ເດືອນ ຫຼື ໜື່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣືຫັດ ອຸປາສົກ-ອຸປາສິກາ ເຍົາວະຊົນ ມີຜູ້ມີຈິດສັດທາໄດ້ບໍາເພັນສິນທານ, ພາວະນາ ແລະ ຖວາຍທານໃຫ້ບໍລິສຸດເຕັມໄຕຣມາດ 3 ເດືອນ, ເພື່ອປະໂຫຍດຕົນ, ປະໂຫຍດຜູ້ອື່ນ ແລະ ເພື່ອເພີ່ມພູນບຸນກຸສົນ ຈະຣິຍະສໍາມາປະຕິບັດໃຫ້ເຕັມປ່ຽມ ມີການຖວາຍຜ້າອາບນໍ້າຝົນ ແລະ ຜ້າໄຕຣຈີວອນ ເປັນຕົ້ນ.
Editor: ກຳປານາດ ລັດຖະເຮົ້າ