ໃນວັນທີ 22 ມິຖຸນາ 2017, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ກັກຕົວທ້າວ ໂພລີກັນ ອາຍຸ 45 ປີ, ບ້ານນາຍາວ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ພັກເຊົ່າຢູ່ບ້ານວັງໄຊ, ເມືອງຊານ ໄຊ, ແຂວງອັດຕະປື ພ້ອມຢາບ້າ ຈຳນວນ 14.007 ເມັດ, ລົດຈັກ 1 ຄັນ ແລະ ໂທລະສັບ 3 ເຄື່ອງ.
ຜູ້ຖືກຫາຮັບສາລະພາບ ວ່າ: ຜູ້ກ່ຽວໄດ້ໄປຊື້ຢາບ້າ ຈໍານວນ 7 ເມັດ ເທົ່າກັບ 14.000 ເມັດ ແລະ ລູກຄ່າເອົາໃຫ້ອີກ 7 ເມັດ ລວມເປັນ 14.007 ເມັດ. ຈາກນັ້ນ, ກໍເອົາມາຊຸກເຊື່ອງໄວ້ໃນເຮືອນ ເພື່ອຈະນຳໄປຂາຍໃຫ້ໄວລຸ້ນພາຍໃນບ້ານ ແລະ ບ້ານໃກ້ຄຽງ ຈຶ່ງຖືກ ເຈົ້າໜ້າທີ່ກັກເຂົ້າກັກຕົວໄປດຳເນີນຄະດີ.
ຂອບໃຈໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor:ຕະວັນ ແສງສະຫວັນ