ໃນວັນທີ 7 ມິຖຸນາ 2017, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງສີສັດຕະນາກ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຂດບ້ານໂພນທັນ, ເມືອງໄຊເຊດຖາ ສາມາດກັກຕົວ ຜູ້ຖືກຫາ ຊື່ທ້າວ ສຸກອຳພອນ ຫຼື ຈອນນີ້ ອາຍຸ 26 ປີ, ຢູ່ບ້ານທາດຫຼວງໃຕ້, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢາບ້າ 200 ເມັດ.
ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ສຸກອໍາພອນ ສາລະພາບ ວ່າ: ເລີ່ມເສບຢາບ້າ ມາແຕ່ປີ 2016 ໂດຍຊື້ນໍາໄວລຸ້ນພາຍໃນບ້ານ ແລະ ຕາມຮ້ານເກມ. ຈາກນັ້ນ, ຜູ້ກ່ຽວກໍ່ເລີ່ມຄ້າຂາຍຢາບ້າ ໂດຍຊື້ນໍາ ນາງ ທູ ອາຍຸ ປະມານ 40 ປີ, ຢູ່ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ຊື້ຄັ້ງລະ 200 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍ່ນໍາໄປຂາຍໃຫ້ກັບໄວ້ລຸ້ນພາຍໃນບ້ານ.
ມາວັນທີ 7 ມິຖຸນາ 2017, ຜູ້ກ່ຽວໄດ້ໄປຊື້ຢາບ້ານໍານາງ ທູ ຈຳນວນ200 ເມັດ ແລ້ວນໍາຢາບ້າດັ່ງກ່າວ ໄປສົ່ງໃຫ້ລູກຄ້າຢູ່ເຂດສູນການຄ້າລາວ-ໄອເຕັກ ບ້ານໂພນທັນ. ພໍໄປຮອດໄດ້ຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າ 200 ເມັດ ໄປດໍາເນີນຄະດີ.\
ຂອບໃຈໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor:ຕະວັນ ແສງສະຫວັນ