ພາຍຫຼັງທີ່ລາຄາຊິ້ນໝູໃນໜ້າຟາມຫຼຸດລົງມາຈາກ 19.000 ກີບຕໍ່ກິໂລກຣາມ ລົງມາ 15.000 ກີບຕໍ່ກິໂລກຣາມ ໄດ້ສ້າງຄວາມເດືອດຮ້ອນໃຫ້ກັບຜູ້ປະກອບການຢ່າງໜັກໜ່ວງ ໂດຍສະເພາະເຂດເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ ຮຽກຮ້ອງພາກລັດຂຸມເຂັ້ມການລັກລອບນຳເຂົ້າສິນຄ້າຈາກປະເທດໃກ້ຄຽງ ເພາະຈະສົ່ງຜົນກະທົບໂດຍກົງໄລຍະຍາວຕໍ່ຜູ້ປະກອບການຂະໜາດນ້ອຍ.
ທ່ານ ສີຈັນ ຈັນທະລາດ ຜູ້ຜະລິດ, ເຈົ້າຂອງຟາມ ຊື້ສັດ-ຂາຍຊິ້ນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດເຜີຍກັບ ທີມຂ່າວ ເມືອງລາວວັນນີ້ ພວກເຮົາວ່າ: ຜູ້ປະກອບການລ້ຽງໝູໃນເມືອງນາຊາຍທອງ ພວມໄດ້ຮັບຄວາມເດືອດຮ້ອນ ເລື່ອງລາຄາໝູຕົກຕ່ຳຈາກເພດານທີ່ລັດຖະບານກຳນົດໄວ້ ບໍ່ເກີນ 19.000 ກີບຕໍ່ກິໂລກຣາມໃນໜ້າຟາມລົງມາເຫຼືອ 15.000 ກີບຕໍ່ກິໂລກຣາມ, ເຊິ່ງເປັນຕົວເລກທີ່ຕ່ຳກວ່າຕົ້ນທຶນຂອງການລ້ຽງ. ຢ່າງໃດກໍ່ຕາມ ສໍາລັບ ລາຄາໜ້າຂຽງໃນທ້ອງຕະຫຼາດທົ່ວໄປແລ້ວຍັງຢູ່ໃນລະດັບເກົ່າບໍ່ຫຼຸດ 35.000 ກີບຕໍ່ກີໂລກຣາມ ສ້າງຄວາມສົງໃສໃຫ້ກັບເຈົ້າຂອງຟາມ ສາຍເຫດອາດຈະມາຈາກຫຼາຍປັດໄຈ ເຊັ່ນ: ມີການລັກລອບນຳຊິ້ນໝູ ທີ່ບໍ່ໄດ້ຄຸນນະພາບເຂົ້າມາຈຳໜ່າຍໃນປະເທດ, ຈຳນວນຟາມຫຼາຍເກີນໄປເຮັດໃຫ້ການຕອບສະໜອງສູງກວ່າຄວາມຕ້ອງການຂອງຜູ້ບໍລິໂພກ, ສະນັ້ນ, ຮຽກຮ້ອງພາກສ່ວນທີ່ກ່ຽວຂ້ອງເຂົ້າມາຊ່ວຍແກ້ໄຂ ເພາະລາຄາທີ່ຟາມຫມູສາມາດຢູ່ໄດ້ ແລະ ຕໍ່ລົມຫາຍໃຈຂອງຜູ້ປະກອບການ ແມ່ນຢ່າງຕ່ຳ 16.000-18.000 ກີບຕໍ່ກິໂລກຣາມ.
ທ່ານ ພອນທິບ ຍົກໄຊຍະຄຳ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ກ່າວວ່າ: ໄລຍະຜ່ານມາແມ່ນໄດ້ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ນຳເຂົ້າປະເພດຊິ້ນທີ່ບໍ່ຖືກຕ້ອງ, ແຊ່ແຂງ ແລະ ຊິ້ນສ່ວນຜະລິດຕະພັນສັດ. ພາຍຫຼັງຄຳສັ່ງວ່າດ້ວຍການຕິດຕາມ ກວດກາ ແລະ ສະກັດກັ້ນ ການນຳເຂົ້າ ເຄື່ອນຍ້າຍ ແລະ ຈຳໜ່າຍໝູ, ໝູຊິ້ນ, ຊິ້ນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ທີ່ບໍ່ຖືກຕ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຈ້ງການຈາກກົມລ້ຽງສັດ ແລະ ການປະມົງ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍສັດ ຜະລິດຕະພັນສັດ ບໍ່ໃຫ້ນຳເຂົ້າ ເຊັ່ນ: ຊິ້ນງົວ-ຄວາຍ ປາ, ໄຂ່ໄກ່, ສັດປີກປອກ ແລະ ເປັດປອກ ເຂົ້າ-ອອກ ສປປ ລາວ ໃຫ້ກັບບັນດາຫົວໜ່ວຍທຸລະກິດ ເຈົ້າຂອງຟາມ ແລະ ອຳນາດການປົກຄອງ 54 ບ້ານພາຍໃນເມືອງດັ່ງກ່າວ ຈົ່ງພ້ອມກັນເອົາໃຈໃສ່ຫາກມີການພົບເຫັນ ຂັດຕໍ່ຄຳສັ່ງ ແລະ ແຈ້ງການຈະມີຢືດ ຕັກເຕືອນ ແລະ ປັບໃໝ່ຕາມກົດໝາຍ.
ຕາມຕົວເລກປະເມີນເບື້ອງຕົ້ນ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມີຄວາມສາມາດໃນສະໜອງ ຊິ້ນໝູ ປະມານ 500 ກິໂລກຣາມຕໍ່ມື້ ສ່ວນທີ່ເຫຼືອແມ່ນສົ່ງເຂົ້າສະໜອງໃຫ້ກັບ 4 ເມືອງໃນຂອງ ນະຄອນຫຼວງວຽງຈັນເປັນຫຼັກ ຈະມີພຽງແຕ່ບາງລະດູ ຫຼື ເທດສະການເທົ່ານັ້ນ ທີ່ນຳເຂົ້າຈາກແຂວງໃກ້ຄຽງ ລັກສະນະຂອງການນຳເຂົ້າກໍ່ມີໃບນຳສົ່ງທຸກຄັ້ງ.
`Editor: ຕະວັນ ແສງສະຫວັນ