ໃນວັນທີ 5 ກໍລະກົດ 2017 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງການແຜນການ ແລະ ການລົງທຶນ ເມືຶອງ ລະຄອນເພັງ ຮາກຖານກໍາມະບານແຜນການ ແລະ ການລົງທຶນເມືອງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການປະຕິບັດ ຂະບວນການແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2017 ແລະ ປະກາດໄຂຂະບວນການແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ດາລາ ຄໍາຈັນ, ຮັກສາການປະທານສະຫະພັນກໍາບານເມືອງລະຄອນເພັງ ມີທ່ານ ພອນສີ ສີຫາວົງ, ຮອງເລຂາໜ່ວຍພັກ ແຜນການ ແລະ ການລົງທຶນເມືຶອງ ພ້ອມດ້ວຍຄະນະຮາກຖານກໍາມະບານ,ສະມາຊິກກໍາມະບານ ແລະ ແຂກຮັບເຊີນຈາກຮາກຖານກໍາມະບານອ້ອມຂ້າງເມືອງເຂົ້າຮ່ວມ. .
ທ່ານ ນາງ ດວງສະໝອນ ວໍລະຈິດ, ຮອງປະທານຮາກຖານກໍາມະບານ ແຜນການ ແລະ ການລົງທຶນເມືອງ ລາຍງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2017 ໂດຍໄດ້ຍົກໃຫ້ເຫັນ ຜົນສໍາເລັດ, ດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດ ຮຽນທີ່ຖອດຖອນໄດ້. ຊຶ່ງຮາກຖານກໍາມະບານແຜນການ ແລະ ການລົງທຶນເມືຶອງ ມີສະມາຊິກກໍາມະບານທັງໝົດ 29 ທ່ານ,ຍິງ 13 ທ່ານ ທີ່ມາຈາກ 3 ຫ້ອງການຄື: ຫ້ອງການແຜນການ ແລະ ການລົງທຶນເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນໜຶ່ງປີຜ່ານມາໄດ້ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດສິດ-ໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ. ຄະນະຮາກຖານກໍ່ຄືສະມາຊິກກໍາມະບານທຸກຄົນໄດ້ມີຄວາມສາມັກຄີ ແລະ ເປັນເອກະພາບເຂົ້າຮ່ວມຈັດຕັ້ງປະຕິບັດເນື້້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ສະຫາພັນກໍາມະບານລາວວາງອອກຄື: ເປັນເຈົ້າການໂຄສະນາສຶກສາອົບຮົມການເມືອງ-ແນວຄິດປະຕິບັດໄດ້ 100%, ເປັນເຈົ້າການປັບປຸງແບບແຜນນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານປະຕິບັດໄດ້ 96%, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພະນັກງານ,ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ປະຕິດປັດໄດ້ 98%, ເປັນເຈົ້າການເຂົ້າຮ່ວມຕິດຕາມກວດກາການຄຸ້ມຄອງລັດ, ຄຸ້ມຄອງເສຖະກິດ, ວັດທະນະທໍາ-ສັງຄົມປະຕິບັດໄດ້ 93% ແລະ ເປັນເຈົ້າການປະຕິບັດແນວທາງການຕ່າງປະເທດຂອງພັກ-ລະບຽບກົດໝາຍຂອງລັດປະຕິບັດໄດ້ 100% ພ້ອມນີ້, ຍັງຍົກໃຫ້ເຫັນທິດທາງແຜນ ການສືບຕໍ່ສູ້ຊົນປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2018 ໂດຍຈະສູ້ຊົນປະຕິບັດໃນແຕ່ລະເນື້ອຂໍ້ແຂ່ງຂັນໃຫ້ໄດ້ 95% ຂຶ້ນໄປ. .
ເພື່ອເປັນການຢັ້ງຢືນ ແລະເປີດຂະບວນການແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2018 ຢ່າງເປັນທາງການ ຕ່າງໜ້າຄະນະຮາກຖານ ແລະ ສະມາຊິກກໍາມະບານ 5 ທ່ານ ກໍ່ໄດ້ຂຶ້ນຈັບມືກັນຕໍ່ໜ້າຄະນະປະທານ, ພ້ອມທັງຜ່ານຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ສະຫາພັນກໍາມະບານລາວວາງອອກ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະພ້ອມກັນສູ້ຊົນປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ.
Editor: ດາວໄຊ ສີວິໄລ