ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ແລະ ກຸ່ມທະນາຄານ ກຽມຈັດງານໂຮມຊຸມນຸມ ສະເຫລີມສະຫລອງ 62 ປີແຫ່ງການສ້າງຕັ້ງສະຫະພັນແມ່ຍິງລາວ ເພື່ອຫວນຄືນມູນເຊື້ອ ແລະ ຜົນສຳເລັດຕ່າງໆ ຂອງແມ່ຍິງລາວ ເຊິ່ງຈະຈັດຂຶ້ນໃນວັນ 15 ກໍລະກົດ 2017 ທີ່ຈະມາເຖິງນີ້ ທີ່ສະໂມສອນສະຖາບັນການທະນາຄານ (ຫລັກ 9 ດົງໂດກ). ງານດັ່ງກ່າວຈະມີຫລາຍກິດຈະກຳເຊັ່ນ: ການວາງສະແດງເຄື່ອງຫັດຖະກຳ, ອາຫານພື້ນເມືອງລາວ ແລະ ການເດີນແບບເຄື່ອງນຸ່ງຖືຂອງແມ່ຍິງລາວ ແລະ ອື່ນໆອີກຫລາກຫລາຍ.
ທ່ານ ນາງ ບັນດິດ ປະທຸມວັນ, ຮອງປະທານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວໃນງານຖະແຫລງຂ່າວ ໃນວັນທີ່ 7 ກໍລະກົດທີ່ຜ່ານມາວ່າ: ການສະເຫລີມສະຫລອງ 62 ປີ ແຫ່ງການສ້າງຕັ້ງສະຫະພັນແມ່ຍິງລາວ ໃນປີນີ້ ແມ່ນມີເນື້ອໃນຄວາມໝາຍເລີກເຊິ່ງທາງດ້ານຊີວິດການເມືອງ ກໍຄື ຂະບວນການພັດທະນາແມ່ຍິງ ໃນທົ່ວປະເທດ ເຊິ່ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ແຈ້ງໃຫ້ສະຫະພັນແມ່ຍິງທຸກຂັ້ນ ກະກຽມການຈັດຕັ້ງ ສະເຫລີມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃຫ້ມີເນື້ອໃນຄວາມໝາຍເລີກເຊິ່ງ ແລະ ມີບັນຍາກາດຟົດຟື້ນ ຕິດພັນກັບການສະຫລຸບຕີລາຄາ ການເຄື່ອນໄຫວພັດທະນາແມ່ຍິງແຕ່ລະຂັ້ນ ແລະ ແຕ່ລະຂົງເຂດວຽກງານ, ພ້ອມທັງສຸມໃສ່ສຶກສາອົບຮົມສະມາຊິກ, ແມ່ຍິງບັນດາເຜົ່າກ່ຽວກັບຜົນງານ, ມູນເຊື້ອ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ ເພື່ອປຸກລະດົມເຕົ້າໂຮມເຂົາເຈົ້າເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພ້ອມທັງ ໃຫ້ຄະນະສະຫະພັນແມ່ຍິງລາວ ຈົ່ງພ້ອມກັນຈັດສຳມະນາ ພາຍໃຕ້ຫົວຂໍ້: ການຖາມ-ຕອບ ຄວາມຮູ້ທາງດ້ານກົດໝາຍ, ການຮັກສາສຸຂະພາບ, ການແຂ່ງຂັນກິລາ, ສີລະປະວັນນະຄະດີ, ຈັດງານວາງສະແດງຮູບພາບ, ຜົນການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຕ່າງໆ ຂອງສະຫະພັນແມ່ຍິງທ້ອງຖິ່ນ, ກົມກອງ ທັງໝົດນັ້ນ ເພື່ອເຮັດໃຫ້ແມ່ຍິງມີຄວາມເຂົ້າໃຈຕໍ່ມູນເຊື້ອ, ບົດບາດ, ໜ້າທີ່ຂອງຕົນ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການດຳລົງຊີວິດ ໃນເງື່ອນໄຂໃໝ່ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຕື່ມຕໍ່ການພັດທະນາ ແລະ ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໃນສັງຄົມ ແລະ ຄອບຄົວ.
Editor: ດາວໄຊ ສີວິໄລ