ໃນວັນທີ 5 ກໍລະກົດ 2017 ທີ່ຜ່ານມາ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ບ້ານປາກຊາບ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ຈັດພິທີດຳນາ ເພື່ອສຶບສານ ວິຖີຊິວິດ ໃນການຜະລິດເຂົ້າ ຂອງປະຊາຊົນ ຂື້ນ ທີ່ທົ່ງນາ ຕະນະກະເສດສາດ. ໃນພິທີເຂົ້າຮ່ວມມີ ທ່ານ ຮອງສາດສະດາຈານ ຟອງສະມຸດ ສຸທຳມະວົງ ຄະນະບໍດີ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ມີບັນດາຄູອາຈານພາກວິຊາປູກຝັງ, ວິຊາປ້ອງກັນພຶດ, ວິຊາສ້ຽງສັດ, ນິສິດນັກສຶກສາພາຍໃນຄະນະກະເສດສາດ ເຂົ້າຮ່ວມ ທັງມົດ 100 ກວ່າທ່ານ.
ການສ້າງຂະບວນການດຳນາ ຄັ້ງນີ້ ແມ່ນອິງໃສ່ ນະໂຍບາຍຂອງພັກ-ລັດ ໃນການອະນຸລັກວັດທະນະທຳອັນດີງາມ ຂອງປະຊາຊົນລາວ ດັ່ງນັ້ນ, ເຫັນໄດ້ເຖິງຄວາມສຳຄັນ ດັ່ງກ້າວ ຄະນະບໍດີ, ຄະນະກະເສດສາດ ຈິ່ງໄດ້ຮ່ວມກັບພາກວິຊາປູກຝັງ ໄດ້ຈັດຕັ້ງກິດຈະກຳແຂ່ງຂັນດຳນານີ້ຂື້ນ. ເພື່ອເປັນການສ້າງຂະບວນການພາຍໃນຄະນະ ໃຫ້ມີຄວາມຟົດຟື້ນ, ທັງເປັນການສົ່ງເສີມການອອກແຮງງານ ດ້ວຍຄວາມຫ້າວຫັນ-ດຸຫມັ່ນ. ພ້ອມກັນນີ້ ຍັງເປັນການຮັດແຫນ້ນຄວາມສາມັກຄີ ລະຫວ່າງພະນັກງານ-ຄູອາຈານ ແລະ ນັກສຶກສາໃນຄະນະກະເສດສາດ ອີກດ້ວຍ.
ໃນພິທີ ທ່ານ ຮອງສາດສະດາຈານ ຟອງສະມຸດ ສຸທຳມະວົງ ຄະນະບໍດີ, ຄະນະກະເສດສາດ ໄດ້ກ່າວວ່າ: ເຂົ້າແມ່ນພຶດທັນຍະຫານຫລັກ ທີ່ລ້ຽງປະຊາກອນໂລກ ກວມເຄີ່ງຫນຶ່ງ ແລະ ປະເທດຈີນແມ່ນປະເທດທຳອິດທີ່ປູກເຂົ້າ. ມາຮອດປະຈຸບັນ ທົ່ວໂລກ ມີເຂົ້າ ປະມານ 120,000 ສາຍພັນ ແລະ ສປປ ລາວ ກໍ່ແມ່ນປະເທດຫນຶ່ງ ທີ່ມີຄວາມຫລາກຫລາຍຂອງແນວພັນເຂົ້າ ມີຫລາຍກວ່າ 1,000 ຊະນິດ. ຖືວ່າເປັນປະເທດ ທີ່ມີຄວາມອຸດົມສົມບູນດ້ານແນວພັນ, ສຳລັບປະຊາຊົນລາວ ໄດ້ຖືເອົາເຂົ້າເປັນພື້ນຖານ ຂອງການດຳລົງຊີວິດ ມາແຕ່ດົນນານແລ້ວ ແລະ ປະຊາຊົນລາວ ກໍ່ມີມູນເຊື້ອດຸຫມັ່ນຂະຫຍັນພຽນ ໃນການອອກແຮງງານ ໃນການຜະລິດເຂົ້າດ້ວຍຫລາຍວິທີການ, ຫລາຍເຕັກນິກຕາມສະພາບເງື່ອນໄຂແວດລ້ອມ ທີ່ແຕກຕ່າງກັນ. ເນື້ອທີ່ຜະລິດເຂົ້າ ໃນ ສປປ ລາວ ມີປະມານ 3 ລ້ານ 9 ແສນ ໄລ່, ໃນນັ້ນ ເນື້ອທີ່ນາ ປະມານ 3 ລ້ານ 3 ແສນ ໄລ່ ແລະ ສ່ວນຍທີ່ເຫລືອ ແມ່ນພື້ນທີ່ປູກເຂົ້າຕາມເນີນສູງ. ຄາດຫມາຍທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງໄວ້ ໃຫ້ໄດ້ຜົນຜະລິດ 4 ລ້ານ 2 ແສນ ໂຕນ/ປີ, ໃນປີ 2020, ແລະ ຂາຍສົ່ງອອກຕ່າງປະເທດ ປະມານ 8 ພັນ ຫາ 1 ຫມື່ນໂຕນ/ປີ.
ສຳລັບ ຄະນະກະເສດສາດ ປີນີ້ມີເນື້ອທີ່ ປະມານ 15 ໄລ່ ກວ່າ, ແລະ ໄດ້ນຳໃຊ້ 4 ເຕັກນິກທີ່ແຕກຕ່າງກັນ ຄື: ການປັກດຳແບບ ທົ່ວໄປ ມີເນື້ອທີ່ 8 ໄລ່ ກວ່າ, ເຕັກນິກແບບກ້າໂຍນ ເນື້ອທີ 1 ໄລ່, ເຕັກນິກແບບໃຊ້ເຄື່ອງຢອດແຫ້ງ ເນື້ອທີ 3 ໄລ່ ແລະ ເຕັກນິກແບບກ້າກີບດຽວ 4 ໄລ່, ສ່ວນແນວພັນເຂົ້າແມ່ນໄດ້ນຳໃຊ້ແນວພັນທ່າດອກຄຳ 8. ຈຸດປະສົງຂອງການນຳໃຊ້ເຕັກນິກດັ່ງກ່າວ ເພື່ອໃຫ້ນັກສຶກສາ ໄດ້ຮຽນຮູ້ ສົມທຽບດ້ານດີ ແລະ ດ້ານອ່ອນ ໃນແຕ່ລະເຕັກນິກ ເພື່ອຈະໄດ້ຫມູນໃຊ້ເຂົ້າໃນການຜະລິດຕາມເງື່ອນໄຂຕົວຈິງ ແລະ ຄາດຫມາຍການຜະລິດ ບໍ່ໃຫ້ຫລຸດ 2,5 ໂຕນ/ເຮັກຕາ.
ທ່ານ ຄະນະບໍດີ ຄະນະກະເສດສາດ ຍັງກ່າວຕື່ມວ່າ: ເພື່ອເປັນການສຶບສານມູນເຊື້ອການອອກແຮງງານຢ່າງດຸຫມັ່ນຂະຫຍັນພຽນ ແລະ ແບບແຜນການດຳລົງຊີວິດຂອງປະຊາຊົນລາວ ຄະນະກະເສດສາດ ໄດ້ຈັດການແດຳນາ ຂື້ນ ເພື່ອໃຫ້ນັກສືກສາແຕ່ລະຄົນ ໄດ້ຮັບຮູ້ ແລະ ຊືມຊັບເຂົ້!ໃນສາຍເລືອດຂອງນັກກະສິກຳ ເວົ້າລວມນັກສຶກສາປີຫນຶ່ງ ຕ້ອງໄດ້ລົງປະຕິບັດຕົວຈິງ ດ້ວຍການເຮັດນາ, ສຳລັບການແຂ່ງຂັນ ດຳນາ ຂອງນັກສຶກສາ ຄັ້ງນີ້ ແມ່ນມີກະຕິກາ 3 ຂໍ້ ຄື:
1, ປັກດຳແບບກ້າກີບດຽວ ( ເທື່ອລະຕົ້ນ)
2, ປັກດຳຢ່າງສະຫມຳ-ສະເຫມີ ( ບໍຖີ່-ບໍ່ຫ່າງ) ມີຄວາມສວຍງາມ ໄລຍະຫ່າງ 20 ຄູນ 20
3, ເວລາໃນການປັກດຳ ໄວ,,, ຫລື ທີມໃດດຳແລ້ວກ່ອນ ຖືກກະຕິກາ ແລະ ໄດ້ຄະແນນດີ ຈະເປັນຜູ້ຊະນະເລີດ, ສຳລັບທີມການເຂົ້າແຂ່ງຂັນ ທັງມົດ 10 ທີມ ນັກສຶກສາຈາກພາກວິຊາສາຂາຕ່າງໆ 9 ທີມ ແລະ ອີກ 1 ທີມແມ່ນພະນັກງານຄູອາຈານ.
ສຳລັບຜົນການແຂ່ງຂັນ ດຳນາ ປະກົດວ່າ: ຊະນະເລີດ ທີ 1 ແມ່ນ ທີມພາກວີຊາປູກຝັງ ໄດ້ຮັບເງິນລາງວັນ 3 ແສນກີບ, ອັນດັບທີ 2 ແມ່ນທີມພາກວິຊາ ລ້ຽງສັດ ໄດ້ຮັບເງິນລາງວັນ 2 ແສນກີບ ແລະ ອັນດັບທີ 3 ແມ່ນທີມ ເສດຖະກິດ ໄດ້ຮັບເງີນລາງວັນ 1 ແສນ 5 ຫມື່ນກີບ. ນອກນັ້ນ ທີມທີ່ບໍ່ໄດ້ຊະນະ ແມ່ນໄດ້ຮັບລາງວັນຊົມເຊີຍ ທີມລະ 5 ມື່ນກີບ.
Editor: ກຳປານາດ ລັດຖະເຮົ້າ